รับติดแบนเนอร์ราคาถูก รับติดป้ายโฆษณา
Lao Free Classified ສູນຮວມສິນຄ້າສປປ.ລາວ-ໄທ ລົງໂຄສະນາຟຣີ ຂາຍເຄື່ອງຟຣີ ໂປໂໝດເວັບຟຣີ ປະກາດຫາວຽກຟຣີ
โปรโมทเว็บ, รับโฆษณาสินค้า

อุปกรณ์ออกบูธ

รับติดตั้งตาข่ายกันนก โปรโมทเว็บ รับประกันติด google หน้า 1 รับทำ SEO ราคาถูก รับติดแบนเนอร์ รับติดแบนเนอร์ รับติดแบนเนอร์ อบรมปั้นจั่น

ไนโตรเจนเหลว รับติดแบนเนอร์ รับจ้างโพสต์เว็บ รับโพสเว็บ โปรโมทเว็บ โฆษณาสินค้า ราคาถูก ตอกเสาเข็ม, ขายเสาเข็ม, ขายแผ่นพื้น, ปั้นจั่น, รับผลิตเสาเข็ม รับติดแบนเนอร์ รับทำseoราคาถูก, รับดันอันดับเว็บ, รับโปรโมทเว็บราคาถูก

รับทำSEOราคาถูก รับโปรโมทเว็บราคาถูก รับโพสเว็บราคาถูก รับจ้างโฆษณาสินค้าราคาถูก

รับทำseoราคาถูก, รับโปรโมทเว็บไซต์, รับดันอันดับเว็บไซต์, รับทำเว็บไซต์, ออกแบบเว็บไซต์ราคาถูก, รับประกันติดgoogle

**ประกาศ!! เนื่องจากต้นทุนค่าโฮสติ้งสูงขึ้นมาก รบกวนสมาชิกใหม่(สมัครใหม่จะยังไม่อนุมัติ จนกว่าจะโอน) และเก่า(ทุกUserจะโดนลบ หากไม่โอนช่วย)
โอนช่วยค่าโฮส ปีละ 200 บาท ด้วยนะครับ ติดต่อ Add Line : @posthitz ขอบคุณมากครับ

ສະແດງກະທູ້

This section allows you to view all posts made by this member. Note that you can only see posts made in areas you currently have access to.


Topics - IQ_CLM

ໜ້າ: [1]
1
ລູກສິດເກົ່າຂອງສະຖາບັນວາເທວແຫ່ງປະເທດໄທ ຢ້ອງຢໍໃຫ້ຫຼັກສູດຂອງທາງສະຖາບັນນັ້ນເປັນ ຫຼັກສູດທີ່ຈະທຳໃຫ້ປະສົບຄວາມສຳເລັດໃນການອາຊີບດ້ານການຈັດການບໍລິການດີຂື້ນ

            ສະຖາບັນວາເທວແຫ່ງປະເທດໄທ,  ຄະນະບໍລິຫານທຸລະກິດ, ສາຂາການຈັດການໂຮງແຮມນັ້ນ (ຫຼັກສູດປະລີນຍາສອງໃບລະດັບນານາຊາດ) ຂໍນຳສະເໜີການຜະສົມຜະສານຂອງຫຼັກສູດການສືກສາ, ການຝືກພາກປະຕິບັດ, ແລະການຝືກງານ ເພື່ອທີ່ຈະມອບພື້ນຖານທີ່ມັ່ນຄົງ, ຄວາມຮູ້, ຄວາມສາມາດ ແລະຄວາມມັ່ນໃຈໃຫ້ກັບນັກສືກສາ ເພື່ອສຳຫຼັບການປະສົບຜົນສຳເລັດໃນການອາຊີບດ້ານການທ່ອງທ່ຽວແລະການໂຮງແຮມ ຕາມແນວທາງຂອງສິດເກົ່າແລະຄະນະອາຈານຂອງທາງສະຖາບັນ

            ລອງສາດດາຈານ ດ໊ອກເຕີ ສົມພິດ ຂັດຕິຍະພິກຸນ (Asst. Prof. Dr. Sompid Kattiyapikul) ຄະນະບໍດີວິດທະຍາໄລນານາຊາດຂອງມະຫາວິດທະຍາໄລສີນລະປາກອນ ແລະ ຜູ້ອຳນວຍການສະຖາບັນວາເທວແຫ່ງປະເທດໄທ ເວົ້າໄວ້ວ່າ ພວກເຮາມີຄວາມພາກພູມໃຈຫຼາຍກັບຄວາມສຳເລັດໃນການອາຊີບຂອງສິດເກົ່າທຸກທ່ານ ແລະທີ່ສຳຄັນພວກເຂາຍັງຍອມຮັບແລະຊື່ນຊົມບົດບາດຂອງສະຖາບັນໃນການພັດທະນາອາຊີບຂອງພວກເຂາເອງ

            ທ່ານ ສະລຸດ ອະນຸມ້າດ (Mr. Saruth Anumas) ຜູ້ຈັດການທົ່ວໄປຂອງໂຮງແຮມຄລອສທູຮີເວີແຄວຣີ່ຮີສອດ ຈັງຫວັດການຈະນະບຸລີ ເວົ້າໄວ້ວ່າ ຫຼັກສູດຂອງສະຖາບັນວາເທວນັ້ນ ຈະມຸ່ງເນັ້ນໄປທີ່ການຝືກງານ ທີ່ຈະຊ່ວຍໃຫ້ເຮາມີປະສົບການທີ່ເປັນປະໂຢດແລະມີຄວາມໝາຍໃນລະຫວ່າງທີ່ເຮາກຳລັງສືກສາຢູ່

            ສະຖາບັນວາເທວແຫ່ງປະເທດໄທນັ້ນຄື ການຮ່ວມມືກັນລະຫວ່າງໂຮງຮຽນວາເທວທຸລະກິດການໂຮງແຮມແລະການທ່ອງທ່ຽວຂອງປະເທດຝະລັ່ງ ກັບ ມະຫາວິດທະຍາໄລສີນລະປາກອນຂອງປະເທດໄທ ສະຖາບັນວາເທວນັ້ນມີໂຄງຂ່າຍ 51 ແຫ່ງທົ່ວໂລກ ທີ່ຈະທຳໃຫ້ນັກສືກສາສາມາດເຂົ້າຮ່ວມໃນໂຄງການແລກປ່ຽນ Marco Polo (ມາໂຄ ໂປໂລ) ໄດ້ງ່າຍຂື້ນ ຈາກຈຳນວນສິດເກົ່າຂອງສະຖາບັນວາເທວຫຼາຍກວ່າ 35,000 ຄົນນັ້ນ ເຮັດວຽກຢູ່ໃນພາກສ່ວນການບໍລິການທົ່ວໂລກ ໃນຈຳນວນນັ້ນມີນັກສືກສາປະມານ 1,500 ຄົນທີ່ສຳເລັດການສືກສາຈາກກຸງເທບ ປະເທດໄທ

            ການລົງທະບຽນສຳຫຼັບພາກການສືກສາເດືອນສິງຫາ ປີ2020 ໃນສ່ວນຄະນະບໍລິຫານທຸລະກິດ, ສາຂາການຈັດການໂຮງແຮມນີ້ນັ້ນ ຈະເປີດຮັບສະໝັກຕັ້ງແຕ່ວັນນີ້ຈົນໄປເຖີງ 31 ກໍລະກົດ ພ້ອມທັ້ງທາງເລືອກໃໝ່ທີ່ສາມາດສຳເລັດການສືກສາໄດ້ພຽງ 3 ປີທໍ່ນັ້ນ ອີກທັ້ງຍັງມີທຸນການສືກສາສຳຫຼັບພາກການສືກສາທຳອິດອີກ 25% ຂອງຄ່າຮຽນທັ້ງໝົດອີກພ້ອມ

            ທ່ານ ແຈນ ຟິນລີບ ໂຄລເກວ (Mr. Jan Phillipp Kroeckel) ຜູ້ຈັດການທົ່ວໄປຂອງໂຮງແຮມ ໂນໂວເທວ ລອມບອກລີສອດແອນວິນລ່າ ປະເທດອິນໂດນີເຊຍ ເວົ້າໄວ້ວ່າ ເຮາຊອບຄວາມຜະສົມຜະສານລະຫວ່າງ ຊັ້ນຮຽນພາກວີຊາການແລະພາກປະຕິບັດຈີງຂອງໂປແກມຫຼັກສູດນີ້ ທີ່ຊ່ວຍໃຫ້ເຮາປະສົບຄວາມສຳເລັດໃນສະຖານທີ່ເຮາຢູ່ໃນຂະນະນີ້ແລະທຸກມື້ນີ້ ອີກທັ້ງຄວາມສຳພັນທີ່ໃກ້ຊີດລະຫວ່າງຜູ້ຊ່ຽວຊານດ້ານອຸດສາຫະກຳກັບຜູ້ນຳດ້ານ   ອຸດສາຫະກຳຂອງວິດທະຍາໄລນານາຊາດຂອງມະຫາວິດທະຍາໄລສີນລະປາກອນນັ້ນ ຍັງມີສ່ວນຊ່ວຍໃນອາຊີບການງານຂອງເຮາອີກພ້ອມ

2
ສະຖາບັນວາເທວແຫ່ງປະເທດໄທຂໍສະເໜີຫຼັກສູດການສືກສາແບບປະລີນຍາ 2 ແຫ່ງໃນສາຂາການຈັດການໂຮງແຮມລະດັບນານາຊາດ ພ້ອມທັ້ງຂໍ້ສະເໜີໃຫມ່ ທີ່ນັກສືກສາສາມາດສຳເລັດການສືກສາໄດ້ພຽງແຄ່ 3 ປີ



ສະຖາບັນວາເທວແຫ່ງປະເທດໄທນັ້ນຄື ການຮ່ວມມືກັນລະຫວ່າງໂຮງຮຽນທຸລະກິດການໂຮງແຮມແລະການທ່ອງທ່ຽວຂອງປະເທດຝະລັ່ງ ກັບ ມະຫາວິດທະຍາໄລສີນລະປາກອນຂອງ   ປະເທດໄທ ແລ້ວຕອນນີ້ກຳລັງເປີດຮັບສະໝັກສຳຫຼັບການເຂົ້າສືກສາໃນເດືອນສິງຫາ ປີ 2020 ນີ້ໃນສ່ວນຂອງຄະນະບໍລິຫານທຸລະກິດ ສາຂາການຈັດການໂຮງແຮມ ຫຼັກສູດປະລີນຍາ 2 ແຫ່ງ  ລະດັບນານາຊາດນີ້ນັ້ນຈະສາມາດກຽມຄວາມພ້ອມໃຫ້ກັບນັກສືກສາໄດ້ປະສົບຜົນສຳເລັດໃນ   ອາຊີບດ້ານການໂຮງແຮມແລະການທ່ອງທ່ຽວ ພ້ອມອີກທັ້ງທາງເລືອກໃຫມ່ທີ່ສາມາດສຳເລັດການສືກສາໄດ້ພາຍໃນເວລາພຽງ 3 ປີທໍ່ນັ້ນ

ລອງສາດດາຈານ ດ໊ອກເຕີ ສົມພິດ ຂັດຕິຍະພິກຸນ (Asst. Prof. Dr. Sompid Kattiyapikul) ຄະນະບໍດີວິດທະຍາໄລນານາຊາດຂອງມະຫາວິດທະຍາໄລສີນລະປາກອນ ແລະ ຜູ້ອຳນວຍການສະຖາບັນວາເທວແຫ່ງປະເທດໄທ ເວົ້າໄວ້ວ່າ ຫຼັກສູດບໍລິຫານທຸລະກິດຂອງສະຖາບັນວາເທວນັ້ນຈະມອບຄວາມສົມດຸນລະຫວ່າງຫຼັກການທາງວິຊາການແລະການປະຕິບັດງານທາງອາຊີບພາຍໃນໂຮງຮຽນ ແລະພາຍໃນຫ້ອງອາຫານພ້ອມທັ້ງຄາເຟ່ຂອງສະຖາບັນວາເທວເອງ ແລະສິ່ງສຳຄັນທີ່ສຸດກໍ່ຄື ການໃຫ້ນັກສືກສາໄດ້ທຳການຝືກງານຍ່າງນ້ອຍ 2 ເທື່ອໃນເຄືຂ່າຍໂຮງແຮມທີ່ຮ່ອມມືກັນໃນປະເທດໄທແລະທົ່ວໂລກ

ດ໊ອກເຕີ ສົມພິດ ຍັງເວົ້າໄວ້ອີກວ່າ ສຳຫຼັບນັກສືກສາຊາວເອເຊຍນັ້ນ ທາງສະຖາບັນຈະມອບຫຼັກສູດທີ່ມີຄຸນນະພາບທີ່ໄດ້ຮັບການຍອມຮັບໃນລະດັບສາກົນ, ໃນການຮຽນທີ່ສະພາບແວດລ້ອມເປັນມິດກັບນັກສືກສາ, ໃກ້ກັບປະເທດຂອງທ່ານ ອີກທັ້ງປີນີ້ເປັນປີທີ່ທ້າທາຍແລະຢາກ     ລຳບາກຂອງການທ່ອງທ່ຽວທົ່ວໂລກ ແຕ່ກຸ່ມໂຮງແຮມນານາຊາດກັບຍັງຂະຢາຍຕົວຕໍ່ເນື່ອງໃນ ພູມພາກເອເຊຍນີ້ ດັງນັ້ນຈຶ່ງເປັນເລື່ອງສຳຄັນທີ່ຈະຕ້ອງສືກສາຫຼັກສູດທີ່ເໝາະສົມ ເພື່ອຮັບມືກັບຄວາມຕ້ອງການຈ້າງງານອາຊີບ ເມື່ອສິ່ງຕ່າງໆ ກັບມາເປັນປົກກະຕິອີກຄັ້ງ

ໂດຍສະຖາບັນວາເທວກໍ່ຕັ້ງຂຶ້ນໃນປີ 1981 ທີ່ປະເທດຝະລັ່ງ ໂດຍທ່ານອັນລ່ຽນ ເຊັບບານ (Mr. Alain Sebban) ຄືກຸ່ມໂຮງຮຽນທຸລະກິດດ້ານໂຮງແຮມແລະການຈັດການທ່ອງທ່ຽວອັນດັບຕັ້ນໆ ຂອງໂລກ ພ້ອມທັ້ງມີໂຮງຮຽນ 51 ແຫ່ງໃນ 4 ທະວີບ ແລະຍັງເປີດໂອກາດໃຫ້ນັກສືກສາໄດ້ມີສ່ວນຮ່ວມໃນໂຄງການແລກປ່ຽນ Marco Polo (ມາໂຄ ໂປໂລ) ອີກພ້ອມ ໂດຍຕັ້ງແຕ່ປີ 2003 ມີນັກສືກສາຫຼາຍກວ່າ 1,500 ຄົນທີ່ສຳເລັດການສືກສາຈາກສະຖາບັນວາເທວແຫ່ງປະເທດໄທແຫ່ງນີ້       

ຊັ້ນຮຽນພາກວີຊາການຂອງເຮານັ້ນ ຈະສອນດ້ວຍພາສາອັງກິດ ໂດຍບັນດາອາຈານ    ລະດັບນານາຊາດຂອງທາງສຖາບັນ ໂດຍຫຼັກສູດການສືກສານີ້ມີຕັ້ງແຕ່ ການປະກອບການແລະ ສ້າງສັນກ່ຽວກັບການໂຮງແຮມ, ດ້ານການບໍລິການໃນສັດຕະວັດທີ່ 21, ການຕະຫຼາດ ແລະການວາງແຜນທຸລະກິດ, ລວມໄປເຖີງພາກເສດທະສາດການທ່ອງທ່ຽວລະດັບນານາຊາດ, ການຈັດການບຸກຄົນ, ການຈັດການແບບຕ່າງວັດທະນະທຳ ແລະຈິດຕະວິດທະຍາດ້ານການ      ບໍລິການ ອີກທັ້ງນັກສືກສາສາມາດຮຽນເພີ່ມພາສາຈີນແລະພາສາຝະລັ່ງໄດ້ອີກພ້ອມ

ເມື່ອສຳເລັດການສືກສາແລ້ວ ນັກສືກສາຈະໄດ້ຮັບໃບປະລີນຍາລະດັບສາກົນ 2 ໃບຈາກ ສະຖາບັນວາເທວແລະມະຫາວິດທະຍາໄລສີນລະປາກອນທັ້ງສອງແຫ່ງນີ້ ສຳຫຼັບຜູ້ທີ່ຕ້ອງການ ປະກອບອາຊີບໄວຂື້ນນັ້ນສາມາດສຳເລັດການສືກສາຂອງຫຼັກສູດໄດ້ພຽງ 3 ປີທໍ່ນັ້ນ ແທນທີ່ປົກກະຕິແລ້ວຈະຮຽນ 4 ປີ

ສະຖາບັນວາເທວປະເທດໄທນັ້ນ ມີຫ້ອງຮຽນແລະສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ໂດຍສາມາດໃຫ້ບໍລິການການຮຽນແບບອອນໄລຫຼືອິນເຕີເນັດໄດ້

ໂດຍສິດເກົ່າຂອງສະຖາບັນວາເທວຫຼາຍກວ່າ 35,000 ຄົນນັ້ນ ເຮັດວຽກດ້ານການ ບໍລິຫານຢູ່ໃນໂຮງແຮມລະດັບ 5 ດາວທົ່ວໂລກ ທຳໃຫ້ມີໂຄງຂ່າຍທີ່ມັ່ນຄົງແລະມີຄຸນຄ່າຕໍ່ຣຸ່ນນ້ອງຕໍ່ໄປ

ສຳຫຼັບຫຼັກສູດນີ້ຈະເລີ່ມຕົ້ນຮຽນໃນວັນທີ່ 31 ສິງຫາ 2020 ແລະລະຍະເວລາເປີດຣັບ  ສະໝັກຕັ້ງແຕ່ວັນນີ້ຈົນນໄປເຖີງ 31 ກໍລະກົດ ອີກທັ້ງຍັງມີທຸນການສືກສາອີກພ້ອມ

ສຳຫຼັບບຸກຄົນທີ່ສົນໃຈສາມາດຂໍຮັບຂໍ້ມູນເພີ່ມເຕີ່ມ ໂດຍສົ່ງອີເມວໄປທີ່
suicfaculty@gmail.com ຫຼື admissions@vatel.co.th

3
ຄະນະບໍດີຂະແໜງບໍລິຫານທຸລະກິດຂອງສະຖາບັນວາເທວແຫ່ງປະເທດໄທ ເວົ້າໄວ້ວ່າ ທາງຂະແໜງບໍລິຫານທຸລະກິດຂອງສະຖາບັນວາເທວຂໍມອບຮາກຖານທີ່ມັ່ນຄົງສຳຫຼັບຜູ້ຈັດການໂຮງແຮມແລະຜູ້ປະກອບການດ້ວຍຫຼັກສູດກາຮຽນອີກຄືກັນ


            ຜູ້ອຳນວຍການຂອງສະຖາບັນວາເທວແຫ່ງປະເທດໄທ (ໂດຍເປັນສະຖາບັນຫນຶ່ງໃນກຸ່ມໂຮງຣຽນທຸລະກິດຊັ້ນນຳທົ່ວໂລກໃນເລື່ອງຂອງການຈັດການຕ້ອນຮັບແລະການທ່ອງທ່ຽວ) ໄດ້ເວົ້າໄວ້ວ່າ ໂດຍບໍ່ວ່າຈະເປັນເລື່ອງຂອງການວາງແຜນອາຊີບໃນການຈັດການບໍລິຫານໂຮງແຮມແລະການທ່ອງທ່ຽວລະຫວ່າງປະເທດ ຫຼື ການກໍ່ຕັ້ງໂຮງແຮມແບບບູຕີກ ຣ້ານອາຫານ ຫຼື ຣ້ານກາເຟ ທາງຫຼັກສູດການຮຽນນີ້ນັ້ນຈະມອບຄວາມສົມດຸນກັນລະຫວ່າງພາກຫຼັກວິຊາການແລະພາກການປະຕິບັດຈາກປະສົບການຈິງ ເພື່ອທີ່ຈະຊ່ອຍໃຫ້ນັກຮຽນມີຈຸດຍືນທີ່ແຂົງແກຣ່ງໃນນຳໃຊ້ພາຍພາກຫນ້າ

            ໂດຍເລີ່ມສະຖາບັນກໍ່ຕັ້ງຂຶ້ນຄັ້ງທຳອິດໃນປີ 1981 ທີ່ປະເທດຝະລັ່ງ ໂດຍທ່ານອັນລ່ຽນ ເຊັບບານ (Mr. Alain Sebban) ຜູ້ທີ່ໄດ້ຮັບລາງວັນຈາກໂຮງຮຽນວາເທວທຸລະກິດດ້ານໂຮງແຮມແລະທ່ອງທ່ຽວ ໃນທຸກມື້ນີ້ມີໂຮງຮຽນ 51 ແຫ່ງໃນ 4 ທະວີບ ແລະຍັງເປີດໂອກາດໃຫ້ນັກຮຽນໄດ້ມີສ່ວນຮ່ວມໃນໂຄງການແລກປ່ຽນ Marco Polo (ມາໂຄ ໂປໂລ) ອີກພ້ອມ

            ສ່ວນໃນປະເທດໄທນີ້ ທາງສະຖາບັນວາເທວນັ້ນໄດ້ຮ່ວມມືກັບມະຫາວິດທະຍາໄລສິນລະປາກອນ ຫນຶ່ງໃນມະຫາວິດທະຍາໄລທີ່ມີຊື່ສຽງທີ່ສຸດໃນກຸງເທບ ໂດຍຕັ້ງແຕ່ປີ 2003 ມີນັກສືກສາຫຼາຍກວ່າ 1,500 ຄົນທີ່ສຳເລັດການສືກສາຈາກສະຖາບັນວາເທວແຫ່ງປະເທດໄທ ອີກທັ້ງໄດ້ຮັບໃບສຳເລັດການສືກສາຈາກທັ້ງສອງສະຖາບັນ ທັ້ງຈາກສະຖາບັນວາເທວແລະມະຫາວິດທະຍາໄລສິນລະປາກອນ ແລະຍັງສາມາດສຳເລັດການສືກສາໄດ້ພຽງແຕ່ 3 ປີທໍ່ນັ້ນ

            Asst. Prof. Dr. SompidKattiyapikul (ຣອງສາດດາຈານດ໊ອກເຕີ້ ສົມພີດ ຂັດຕິຍະພິກຸນ) ຄະນະບໍດີວິດທະຍາລັຍນານາຊາດຂອງມະຫາວິດທະຍາໄລສິນລະປາກອນ ແລະ ຜູ້ອຳນວຍການສະຖາບັນວາເທວແຫ່ງປະທດໄທ ກລ່າວໄວ້ວ່າ ຜູ້ສຳເລັດການສືກສາຈາກສະຖາບັນວາເທວນັ້ນ ຈະເປັນທີ່ຕ້ອງການສູງຍ່າງມາກຈາກກຸ່ມບໍລິສັດດ້ານການຕ້ອນຮັບແລະບໍລິການຈາກນານາຊາດ ເພາະວ່າ ຫຼັກສູດການສືກສາປະລິນຍາແບບສອງແຫ່ງຈາກສອງສະຖາບັນ ຈະມອບໂອກາດໃຫ້ນັກຮຽນໄດ້ຮັບຄວາມເຂົ້າໃຈດ້ານການຈັດການປັນຫາຂ້າມວັດທະນະທຳໃນສ່ວນອຸດສາຫະກຳນັ້ນໆ ຫຼາຍຂື້ນຕາມຄຳນິຍາມສາກົນ ຈະເຫັນໄດ້ຈາກສິດເກົ່າຄົນອື່ນໆ ທີ່ໄດ້ກາຍເປັນຜູ້ປະກອບການທີ່ປະສົບຄວາມສຳເລັດໃນທຸລະກິດຂອງໂຕເອງ

            ສະຖາບັນວາເທວແຫ່ງປະເທດໄທນີ້ຕັ້ງຢູ່ໃຈກາງຂອງກຸງເທບ ຕິດກັບແມ່ນ້ຳເຈົ້າພະຍາ ອີກທັ້ງໂອບລ້ອມໄປດ້ວຍໂຮງແຮມຊັ້ນນຳຈາກນານາຊາດ ທີ່ຈະທຳໃຫ້ນັກສືກສາຊາວເອເຊຍເຂົ້າເຖີງສີນລະປະການທຳອາຫານແລະການຕ້ອນຮັບແບບຝະລັ່ງທີ່ດີທີ່ສຸດໃນຍ່ານສູນກລາງການທ່ອງທ່ຽວຂອງອາຊີຕະເວັນອອກຊຽງໃຕ້

            ຈຸດສຳຄັນໄປສູ່ຄວາມສຳເລັດຂອງຫຼັກສູດບໍລິຫານທຸລະກິດການຈັດການໂຮງແຮມນີ້ ກໍ່ຄື ການສັບປ່ຽນຫມຸນວຽນການຮຽນຮູ້ທັ້ງສອງແຫ່ງໃນທຸກໆສອງສັບດາ ອີກທັ້ງຍັງເສີມການຮຽນຮູ້ດ້ວຍພາສາຕ່າງປະເທດ ແລະການຝືກຝົນປະຕິບັດຈາກຜູ້ຊ່ຽວຊານມືອາຊີບ

            ນອກຈາກນີ້ນັ້ນ ນັກສືກສາຢັງຈະໄດ້ຮັບປະສົບການທຳງານໃນຊີວິດຈີງຈາກການເຂົ້າຝືກງານໃນລະຫວ່າງການຮຽນຮູ້ ໂດຍຈະມີການຝືກງານໃນປະເທດທຸກໆປີ ແລະລວມໄປເຖີງການຝືກງານໃນປະເທດຝະລັ່ງ ໃນປີທີ່ສາມຂອງການຮຽນ

            ສິດເກົ່າຂອງສະຖາບັນວາເທວຫຼາຍກວ່າ 35,000 ຄົນນັ້ນ ເຮັດວຽກຢູ່ໃນໂຮງແຮມລະດັບ 5 ດາວທົ່ວໂລກ ມີຕັ້ງແຕ່ເປັນ ຜູ້ຈັດການທົ່ວໄປ, ນັກການຕະຫຼາດ, ພະນັກງານບໍລິການດ້ານອາຫານແລະເຄື່ອງດື່ມ ທຳໃຫ້ມີໂຄງຂ່າຍທີ່ມັ່ນຄົງແລະມີຄຸນຄ່າຕໍ່ຣຸ່ນນ້ອງຕໍ່ໄປ

            ສຳຫຼັບຫຼັກສູດນີ້ຈະເລີ່ມຕົ້ນຮຽນໃນວັນທີ່ 31 ສິງຫາ 2020 ແລະລະຍະເວລາເປີດຣັບສະໝັກຕັ້ງແຕ່ວັນນີ້ຈົນນໄປເຖີງ 31 ກໍລະກົດ ອີກທັ້ງຍັງມີທຸນການສືກສາອີກພ້ອມ

4
ຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທຮ່ວມມືກັບສາຍການບິນບາງກອກແອເວຍ໌ ເປີດໂຕ ແຄມເປນ ຟາຍ ແອນ ມີີ້ດ ດັບໂບ້ ໂບນັດ - ນິຍາມໃຫມ່ (ຮ່ວມບິນແລະໄດ້ກຳໄລສອງເທ່າຄັ້ງທີ່ສອງ) ອີກເທື່ອ ເພື່ອດຶງດູດກຸ່ມຜູ້ປະກອບການທາງທຸລະກິດຈາກປະເທກໍາປູເຈຍ ປະເທດລາວ ປະເທດມຽນມາ ແລະປະເທດຫວຽດນາມ ໃຫ້ເພີ່ມມາກຂຶ້ນ


ຈາກຂໍ້ຄວາມທີ່ໄດ້ເວົ້າໄວ້ທີ່ກຸງເທບ ວັນທີ່ 1 ກຸມພາ ປີ 2019: ໃນປີ 2018 ຈຳນວນນັກທຸລະກິດທາງການຈັດງານນິທັດສະການແລະການທ່ອງທ່ຽວຈາກປະເທດກໍາປູເຈຍ ປະເທດລາວ ປະເທດມຽນມາ ແລະປະເທດຫວຽດນາມໄດ້ເຕີບໂຕຂື້ນ 206 ເປີເຊັນ ພ້ອມທັ້ງມີການເປີດສະຖານທີ່ທ່ອງທ່ຽວໃຫມ່ໆ ດັງນັ້ນ ຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທກັບສາຍການບິນບາງກອກແອເວຍ໌ຈື່ງໄດ້ຈັດແຄມເປນນີ້ອີກເທື່ອ ແລະເທື່ອນີ້ຢັງມີຂໍ້ກຳຫນົດທີ່ຕ່ຳລົງມາກວ່າເກົ່າ ຄື ພຽງແຄ່ 30 ທ່ານເທົ່ານັ້ນຈາກປະເທດກຸ່ມທັ້ງ 4 ທີ່ກລ່າວມານັ້ນ ກໍ່ຈະສາມາດບິນມາຈັດການປະຊຸມທາງທຸລະກິດທີ່ປະເທດໄທໄດ້ແລ້ວ

ແຄມເປນ ຟາຍ ແອນ ມີີ້ດ ດັບໂບ້ ໂບນັດ ນີ້ ໄດ້ສ້າງຄວາມສຳເລັດໃນປະເທດກໍາປູເຈຍ ປະເທດລາວ ປະເທດມຽນມາ ແລະປະເທດຫວຽດນາມ ໄວ້ໃນປີທີ່ແລ້ວມາ ດັງນັ້ນ ຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທກັບສາຍການບິນບາງກອກແອເວຍ໌ ຈື່ງຮ່ວມມືກັນອີກຄັ້ງ ແລະຈັດແຄມເປນທີ່ນ່າດືງດູດກວ່າເກົ່າໃນປີນີ້ ໂດຍທີ່ ພຽງແຄ່ 30 ທ່ານ ກໍ່ຈະສາມາດຮັບປະໂຫຢດແຄມເປນນີ້ໄດ້ແລ້ວ ແຄມເປນນີ້ເປັນປະໂຫຢດຫລາຍມາກຂື້ນຕໍ່ປະເທດກຸ່ມທັ້ງ 4 ເມື່ອຈະວາງແຜນຈັດງານການປະຊຸມທາງທຸລະກິດໃນປະເທດໄທ

ນາງ ນຸຊ ຫອມຣົດສຸຄົນ ຜູ້ອຳນວຍການຝ່າຍການຈັດປະຊຸມແລະແຮງຈູງໃຈຂອງຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທ ເວົ້າໄວ້ວ່າ :  ຕະຫຼາດທຸລະກິດທາງການຈັດງານນິທັດສະການແລະການທ່ອງທ່ຽວຈາກກຸ່ມ 4 ປະເທດດັງກລ່າວ ຕິດອັນດັບເຕີບໂຕເຣັວທີ່ສຸດສຳຫຼັບປະເທດໄທ ແລະຄວາມເຫມາະສົມກັບສະພາວະທາງທຸລະກິດໃນຕະຫຼາດນີ້ກໍ່ຢັງຄົງປ່ຽນແປງຢູ່ສະເຫມີ ຂື້ນກັບການເຕີບໂຕທາງເສັດທະກິດ ການລົງທືນ ແລະການປະກອບການ

ທ້າວ ວະຣົງ ອຶດສະຣະເສນາ ນະ ອະຢຸດທະຍາ ຣອງປຣະທານຝ່າຍຂາຍຂອງສາຍການບິນບາງກອກແອເວຍ໌ ໄດ້ສະແດງຄວາມຄິດເຫັນໄວ້ວ່າ : ເຮາມີຄວາມຍິນດີທີ່ໄດ້ເປັນຫຸ້ນສ່ວນດ້ານການເດິນທາງທີ່ພິເສດຂອງຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທ ສຳຫຼັບແຄມເປນ ບິນແລະໄດ້ໂບນັດສອງເທົ່າ-ຄັ້ງທີ່ສອງ ແຄມເປນສຳຫຼັບປີທີ່ສອງຂອງການຮ່ວມມືກັນ ແລະຄຳຕອບຮັບໃນເຊີງບວກທີ່ເຮາໄດ້ຮັບເມື່ອປີທີ່ແລ້ວ ສະທ້ອນໃຫ້ເຫັນວ່າ ການຄະມະນາຄົມເດິນທາງທີ່ດີມີຜົນຫຢ່າງມາກຕໍ່ພາກສ່ວນການຈັດປະຊຸມແລະແຮງຈູງໃຈຈາກກຸ່ມປະເທດທັ້ງ 4

ໃນປີ 2019 ນີ້ ແຄມເປນ ບິນແລະໄດ້ໂບນັດສອງເທົ່າ-ຄັ້ງທີ່ສອງ ຈະໃຫ້ຄວາມສະດວກສະບາຍໃນການເດິນທາງ, ສິດທິປະໂຫຢດ ແລະຜົນຕອບແທນຈາກການລົງທືນທີ່ດີເລີດ ສິດທິພິເສດທີ່ຈະໄດ້ຮັບລວມໄປເຖີງ ການສະຫນັບສະຫນຸນດ້ານການເງິນ, ບໍລິການກວດຄົນເຂົ້າເມືອງທີ່ຣວດເຣັວທີ່ສະຫນາມບິນສຸວັນນະພູມ, ການສະແດງຕ້ອນຮັບແບບວັດທະນະທຳທ້ອງຖິ່ນ, ບໍລິການທັກທາຍແລະຕ້ອນຮັບທີ່ອົບອຸ່ນ, ປີ້ຍົນຟຣີ 1 ໃບເມື່ອຊື້ປີ້ຍົນຄຣົບທຸກໆ 30 ໃບ, ການກຳຫນົດທີ່ນັ່ງແບບເປັນກຸ່ມລ່ວງຫນ້າໄດ້, ບໍລິການຂື້ນເຄື່ອງກ່ອນຜູ້ອື່ນ ແລະເພີ່ມນ້ຳຫນັກກະເປ໋າໃຫ້ເປັນພິເສດ

ໂດຍກຸ່ມບໍລິສັດທຸລະກິດຈະຕ້ອງມີຄຸນສົມບັດດັງນີ້ ແຕ່ລະກຸ່ມບໍລິສັດຈະຕ້ອງມີສະມາຊີກ ຫຢ່າງນ້ອຍ 30 ທ່ານ, ເດິນທາງເຂົ້າມາໃນປະເທດໄທດ້ວຍສາຍການບິນບາງກອກແອເວຍ໌, ພຳນັກຍູ່ໃນປະເທດໄທຫຍ່າງນ້ອຍ 2 ວັນ ຫຼື ຈັດງານກິດຈະກຳໃນສະຖານທີ່ທີ່ໄດ້ຮັບການຮັບຮອງມາດຕະຖານຈາກ ມາດຕະຖານແຫ່ງກຸ່ມອຸດສາຫະກຳການປະຊຸມ, ການຈູງໃຈ ແລະ ການຈັດການສະແດງສິນຄ້າຂອງປະເທດໄທ (TMVS) ຫຼື ເຂົ້າພັກກັບໂຮງແຮມທີ່ເຂົ້າຮ່ວມລງທະບຽນໄວ້ແລ້ວ

ແຄມເປນນີ້ເປີດຮັບສະຫມັກເຖີງວັນທີ່ 30 ສິງຫາ ປີ 2019 ແລະພ້ອມໃຫ້ເດີນທາງພາຍໃນວັນທີ່ 30 ກັນຍາ ປີ 2019

ສຳຫຼັບສື່ມວນຊົນພົວພັນໄດ້ທີ່

ຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທ
ທ້າວ ຈັກກະພົງ ພົງເວດຈະລັກ
ອີເມລ: chakrapong_p@tceb.or.th       
ໂທ: +66 2-694-6000 ເຖີງ 6102

ຫຼື

ສາຍການບິນບາງກອກແອເວຍ໌
ນາງ ທິດາພອນ ນາກນູວະທິມ
ອີເມລ: regional@bangkokair.com
ໂທ: : +662-265-5686

5
ເປີດໂຕງານ ຊີຊີອີ ເຊົ້າ ອີ໊ດ ອາຊີ ງານສະແດງສິນຄ້າອຸດສາຫະກຳຄັ້ງທີ່ 2 ແຫ່ງປະເທດໄທ ປີ 2018 (ງານສະແດງສິນຄ້າອຸດສາຫະກຳຂອງພູມພາກອາຊີຕະເວັນຕົກຊຽງໃຕ້)



4 ກຸ່ມສະມາຊີກໄດ້ຮ່ວມແຮງຮ່ວມໃຈໃນການພັດທະນາອຸດສາຫະກຳການຜະລິດບັນຈຸພັນກະດາດລັງຂອງໄທໃຫ້ເປັນສູນກາງໃນພູມພາກ

ເມື່ອວັນທີ່ 16 ພຶດສະພາ ປີ 2018 ທີ່ ກຸງເທບ ກຸ່ມສະມາຄົມອຸດສາຫະກຳແລະຫນ່ວຍງານລັດທະບານຂອງປະເທດໄທໄດ້ປະກາດຈັດງານ ຊີຊີອີ ເຊົ້າ ອີ໊ດ ອາຊີ ງານສະແດງສິນຄ້າອຸດສາຫະກຳຄັ້ງທີ່ 2 ແຫ່ງປະເທດໄທ ປີ 2018 ແລະຈະເນັ້ນທີ່ອຸດສາຫະກຳກະດາດລັງຂອງໄທເປັນຫຼັກ

ງານ ຊີຊີອີ ເຊົ້າ ອີ໊ດ ອາຊີຄັ້ງນີ້ຈະຈັດຂື້ນພ້ອມກັບງານ ໄອຊີອີ ເຊົ້າ ອີ໊ດ ອາຊີ ຕັ້ງແຕ່ວັນທີ່ 5-7 ກັນຍາ ປີ 2018 ທີ່ສູນນິທັດສະການແລະການປະຊຸມໄບເທັກບາງນາ ແລະຈະເນັ້ນເຖິງເຄື່ອງຈັກແລະອຸບປະກອນລ່າສຸດຈາກຜູ້ຜະລິດຊັ້ນນຳທັ່ວພູມພາກອາຊີ ພ້ອມທັ້ງການນຳສະເນີຜະລິດຕະພັນແລະວີທີນຳໃຊ້ໂດຍກົງແກ່ຜູ້ໃຊ້

ທັ້ງ 4 ຫນ່ວຍງານຊອງງານ ຊີອີ ເຊົ້າ ອີ໊ດ ອາຊີຄັ້ງນີ້ ໄດ້ແກ່ ສມາຄົມບັນຈຸພັນກະດາດລັງຂອງໄທ, ສະມາຄົມອຸດສາຫະກຳເຢື່ອແລະກະດາດຂອງໄທ, ສມາຄົມການພິມສະກີນຂອງໄທ ແລະສຳນັກງານສົ່ງເສີມການຈັດງານປະຊຸມແລະນິທັດສະການ

ງານ ຊີຊີອີ ແລະ ງານ ໄອຊີອີ ປີ2018 ນີ້ເປັນສ່ວນຫນຶ່ງຂອງເປ້າຫມາຍທີ່ໃຫຍ່ຂື້ນຂອງກູ່ມສະມາຊີກໃນຂະຫຍາຍຂີດຄວາມສາມາດໃນການຜະລິດແລະຊຸ້ກຢູ້ການເຕີບໂຕຍ່າງຢັ່ງຢືນຂອງອຸດສາຫະກຳການຜະລິດບັນຈຸພັນກະດາດລັງຂອງໄທໃຫ້ຕາມແຜນພັດທະນາຢຸກດິຈິຕອນຂອງລັດທະບານປະເທດໄທ 4.0

ນາງສາວ ກະຫນົກວະຣາ ອະນຸດຕະວັດ ຜູ້ຈັດການອາວຸໂສຂອງ ບໍລິສັດ ແມັກ ບຣູ໊ກ ເອົ໊ກຊີບີຊັ່ນ ອາຊີ ຈຳກັດ ເວົ້າໄວ້ວ່າ : ຂະນະນີ້ຜູ້ປະກອບການໃນພາກອຸດສາຫະກຳບັນຈຸພັນກະດາດລັງທັ່ວທັ້ງພູມພາກອາຊີ ຕ້ອງພ້ອມໃນການຂະຫຍາຍກຳລັງການຜະລິດ ເພື່ອຕອບສະຫນອງຄວາມຕ້ອງການຂອງຜູ້ໃຊ້ທ້ອງຖິ່ນແລະລູກຄ້າທີ່ເພີ່ມຂື້ນ ປັດຈຸບັນພູມພາກອາຊີມີປະຊາຊົນເຖີງ 620 ລ້ານຄົນ ທີ່ຢູ່ໃນວັຍທຳງານແລະມີການຂະຫຍາຍໂຕເພີ່ມສູງຊື້ນຍ່າງຕ່ໍເນື່ອງ ຖືວ່າເປັນປັດໃຈສຳຄັນທີ່ທຳໃຫ້ລະດັບການເຕີບໂຕທາງເສດທະກິດຂອງປະເທດໃນພູມພາກນີ້ເພີ່ມຂື້ນ ແລະສົ່ງຜົນຕໍ່ການຂະຫຍາຍໂຕຂອງສິນຄ້າຂອງໃຊ້ຂອງກີນ ແລະຕະຫຼາດບັນຈຸພັນ ພ້ອມທັ້ງນະວັດຕະກຳໃຫມ່ ໃນອຸດສາຫະກຳບັນຈຸພັນກະດາດລັງໃຫ້ເພີ່ມຂື້ນ

ທ.ຣະວິ ກະເສມສານ ນາຍົກສະມາຄົມບັນຈຸພັນກະດາດລັງຂອງໄທ ເວົ້າໄວ້ວ່າ : ງານສະແດງສິນຄ້າ ຊີຊີອີ ແລະ ໄອຊີອີ ປີ2018 ນີ້ເປັນໂອກາດທີ່ດີໃຫ້ຜູ້ປະກອບການໃນອຸດສາຫະກຳບັນຈຸພັນກະດາດລັງ ໄດ້ທຳຄວາມຮູ້ຈັກ ແບ່ງປັນປະສົບການ ແລະພັດທະນາຄວາມສຳພັນກັບຜູ້ຜະລິດຊັ້ນນຳດ້ານນະວັດຕະກຳເຄື່ອງຈັກແລະເທັກໂນໂລຍີທີ່ທັນສະໄຫມ

ທ.ວິຊານ ຈິດພັກດີ ນາຍົກສະມາຄົມອຸດສາຫະກຳເຢື່ອແລະກະດາດຂອງໄທ ເວົ້າເຖີງ ການເຕີບໂຕຂອງງານສະແດງສິນຄ້າຄັ້ງນີ້ວ່າ ຈຳນວນຜູ້ເຂົ້າດູງານແລະເຄື່ອງຈັກທີ່ຈັດໃນງານ ຊີຊີອີ ເຊົ້າ ອີ໊ດ ອາຊີ ປີ2018 ຄັ້ງນີ້ ຄາດວ່າຈະມີຫຼາຍກວ່າງານຄັ້ງກ່ອນ ອີກທັ້ງຈະທຳໃຫ້ຜູ້ປະກອບການອຸດສາຫະກຳກະດາດລັງຂອງໄທແລະອາຊີມີໂອກາດທີ່ຈະໄດ້ເບີ່ງນະວັດຕະກຳເຄື່ອງຈັກແລະເທັກໂນໂລຍີສະໄຫມໃຫມ່ ເພື່ອທີ່ຈະສ້າງຫຼືກຳລັງສ້າງໂຄງຂ່າຍທາງທຸລະກິດຂອງໂຕເອງ

ສຳຫຼັບຂໍ່ມູນເພີ່ມເຕີມ ກະລຸນາເຂົ້າຊົມເວັບໄຊ້ : www.cce-southeastasia.com; www.ice-southeastasia.com

ສຳຫຼັບສື່ມວນຊົນ ກະລຸນາຕິດຕໍ່ :
ນາງສາວ ປາຣິຊາດ ສຸວັນ
ບໍລິສັດ ຄໍແອນພີ໊ກ ພັບບິກລີເລຊັ່ນ ຈຳກັດ
ໂທ : Tel. +66-2439-4600 ຕໍ່ 8300, +6681-668-9239
ອີເມວ : paricharts@corepeak.com

6

ຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທຮ່ວມມືກັບສາຍການບິນບາງກອກແອເວ ເປີດໂຕ ແຄມເປນ ຟາຍ ແອນ ມີີ້ດ ດັບໂບ້ ໂບນັດ (ຮ່ວມບິນແລະປະຊຸມໄດ້ຮັບຄະແນນສອງເທົ່າ) ເພື່ອດຶງດູດຜູ້ປະກອບການທາງທຸລະກິດກຸ່ມຂອງປຮະເທດອາຊີທັງ4 ອັນໄດ້ແກ່ ປະເທດກໍາປູເຈຍ, ປະເທດລາວ, ປະເທດມຽນມາ ແລະປະເທດຫວຽດນາມ

ເມື່ອວັນທີ່ 8 ພຶດສະພາ ປີ 2018 ປະເທດມຽນມາ ມີລາຍງານວ່າ ຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທໄດ້ຮ່ວມມືກັບສາຍການບິນບາງກອກແອເວ ໃນການຈັດແຄມເປນນີ້ຂຶ້ນເພື່ອດືງດູດ ກຸ່ມຜູ້ປະຊຸມແລະສ້າງແຮງບັນດານໃຈທາງທຸລະກິດ ຈາກຕະຫຼາດທຸລະກິດໃນປະເທດກໍາປູເຈຍ, ປະເທດລາວ, ປະເທດມຽນມາ ແລະປະເທດຫວຽດນາມ ສຳຫຼັບ ໂປໂມຊັ່ນ ຟາຍ ແອນ ມີີ້ດ ດັບໂບ້ ໂບນັດ ສຳຫຼັບປະເທດມຽນມານີ້ ໄດ້ຮັບການເປີດໂຕໂດຍ ທ.ພູຣິພັນ ບຸນນາກ ຜູ້ອຳນວຍການຝ່າຍສຳນັກງານອະທິບບໍດີຂອງຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທ ພ້ອມກັບ ທ.ວະຣົງ ອິດສະຣະເສນາ ນະ ອະຍຸດທະຍາ ໄວ້ເມື່ອວັນທີ່ 7 ພຶດສະພາ ປີ 2018 ທີ່ໂຮງແຮມໃນເມືອງຢ່າງກຸ້ງ

ທ.ພູຣິພັນ ເວົ້າໄວ້ວ່າ: “ການຮ່ວມມືກັບສາຍການບິນບາງກອກແອເວຄັ້ງນີ້ສອດຄ່ອງກັບແຜນພັດທະນາຍຸດທະສາດຂອງໄທ ກໍ່ຄື ການຮ່ວມມືກັບປະເທດເພື່ອນບ້ານ ໂດຍສະເພາະຍ່າງຍິ່ງ ກຸ່ມປະເທດອາຊີທັງ4 ນອກຈາກນັ້ນກະຍັງສອດຄ່ອງກັບນະໂຍບາຍຂອງຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທ  ກໍ່ຄື ການທຳງານຮ່ວມກັບພາກສ່ວນເອກະຊົນ ເພື່ອທີ່ຈະກະຕຸ້ນອຸດສາຫະກຳ MICE ຂອງໄທ (ອຸດສາຫະກຳການປະຊຸມ, ການຈູງໃຈ ແລະ ການຈັດການສະແດງສິນຄ້າຂອງປະເທດ) ແຄມເປນສົ່ງເສີມການຂາຍຂອງເຮົາໃນຄັ້ງນີ້ມາໃນຊ່ວງເວລາທີ່ເຫມາະສົມ ເພາະເນື່ອງຈາກກິດຈະກຳທາງທຸລະກິດກຳລັງເກີດຂື້ນໃນພູມພາກນີ້ພໍດີ ເຮົາໄດ້ເຫັນການເຕີບໂຕແບບສົມບູນຂອງທຸລະກິດຂອງກຸ່ມປະເທດອາຊີທັງ4 ສູງເຖິງ 24 ເປີເຊັນ ໃນປີທີ່ແລ້ວ ແລະເຮົາຫວັງວ່າຈະສະຫນັບສະຫນຸນໃຫ້ພາບລັກດີຍິ່ງຂື້ນ”

ທ.ວະຣົງ ເວົ້າໄວ້ວ່າ: “ດ້ວຍຈຸດເດັ່ນຂອງສາຍການບິນບາງກອກແອເວໃນຖານະຜູ້ໃຫ້ບໍລິການແບບຄົບຄັນແລະເຕັມຮູບແບບ ສຳຫຼັບກຸ່ມປະເທດອາຊີທັງ4 ພ້ອມທັງການເຊື່ອມຕໍ່ທ້ຽວບິນທີ່ຢືດຢຸ່ນພາຍໃນປະເທດໄທກັບເມືອງທາງອຸດສາຫະກຳການປະຊຸມ, ການຈູງໃຈ ແລະ ການຈັດການສະແດງສິນຄ້າຂອງປະເທດ ເຮົາເຊື່ອວ່າການຮ່ວມມືກັນໃນຄັ້ງນີ້ຈະດຶງດູດຜູ້ປະກອບການທາງທຸລະກິດໃນກຸ່ມປະເທດອາຊີທັງ4    ໃຫ້ເພີ່ມມາກຂື້ນພາຍໃນປະເທດ”

ແຄມເປນນີ້ມອບຜົນປະໂຫຍດມາກມາຍແກ່ກຸ່ມນັກເດີນທາງເພື່ອການປະຊຸມແລະແຮງຈູງໃຈ ໂດຍສະເພາະສຳຫຼັບລູກຄ້າວີໄອພີທີ່ເດີນທາງມາເຖິງສະຫນາມບິນນານາຊາດສຸວັນນະພູມ ກຸງເທບແລ້ວນັ້ນ ທາງຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທຈະຈັດຫາຊ່ອງທາງພິເສດໄວ້ໃຫ້ສຳຫຼັບຄວາມວ່ອງໄວ  ໃນການທຳເລື່ອງກວດຄົນເຂົ້າເມືອງ ນອກຈາກນີ້ຍັງສະເຫນີເງີນອຸດຫນຸນບໍ່ເກີນ 300,000 ບາດໄທ (9,000 ໂດລ່າອາເມລິກາ) ຕໍ່ກຸ່ມ ຫຼື ນັກວາງແຜນຢັງສາມາດເລືອກໃຊ້ການສະແດງທາງວິດທະນະທຳ, ການພົບປະແລະທັກທາຍ ຫຼື ການສາທິດງານຫັດທະກຳຂອງທຳມືຂອງໄທ ທີ່ມີມູນຄ່າທຽບເທົ່າກັບເງີນອຸດຫນຸນທາງການເງີນ

ສາຍການບິນບາງກອກແອເວຍັງສະເຫນີປີ້ຍົນຟຣີ 1 ໃບ ສຳຫຼັບກຸ່ມຜູ້ໂດຍສານ 50 ຄົນຂື້ນໄປ ທຸກໆກຸ່ມ; ແລະຂະໄດ້ຄະແນນສະສົມຂອງສາຍການບິນເພີ່ມຂື້ນ 2 ເທົ່າ, ນອກຈາກນີ້ຍັງໂຫຼດກະເປົ໋າເພີ່ມໄດ້ອີກ 10 ກິໂລກຣັມ, ສິດຈອງແລະກຳຫນົດທີ່ນັ່ງແບບກຸ່ມລ່ວງຫນ້າ, ເຄົ້າເຕີເຊັກອິນພິເສດ, ສິດການເຊັກອິນກ່ອນຜູ້ໃດ, ສິດໂຫຼດກະເປົ໋າແລະຕິດປ້າຍກ່ອນຜູ້ໃດ ແລະ ຂອງຊຳລ່ວຍ ອີກພ້ອມ

ຕາມທີ່ເວົ້າມາຂ້າງເທີງ ເພື່ອໃຫ້ມີຄຸນສົມບັດແລະລັກສະນະຄົບຖ້ວນ ກຸ່ມຜູ້ເຂົ້າຮ່ວມການປະຊຸມທີ່ເດີນທາງເຂົ້າມາໃນປະເທດໄທ ດ້ວຍສາຍການບິນບາງກອກແອເວ ຈະຕ້ອງມີຜູ້ເຂົ້າຮ່ວມຢ່າງນ້ອຍ 50 ຄົນຂື້ນໄປ ແລະຈະຕ້ອງເຂົ້າພັກກັບໂຮງແຮມທີ່ເຂົ້າຮ່ວມລົງທະບຽນໄວ້ແລ້ວ ຢ່າງນ້ອຍ 2 ຄືນ ຫຼື ເຂົ້າຮ່ວມກິດຈະກຳທີ່ໄດ້ການຮັບຮອງມາດຕະຖານຈາກ ຫນ່ວຍມາດຕະຖານແຫ່ງກຸ່ມອຸດສາຫະກຳການປະຊຸມ, ການຈູງໃຈ ແລະ ການຈັດການສະແດງສິນຄ້າຂອງປະເທດ ແຄມເປນສົ່ງເສີມການຂາຍນີ້ໃຊ້ໄດ້ກັບກຸ່ມປະເທດອາຊີທິງ 4 ທົ່ວທັງສີ່ແຫ່ງ ແລະສາມາດໃຊ້ໄດ້ຕັ້ງແຕ່ ເດືອນເມສາ ປີ 2018 ຮອດ ເດືອນກັນຍາ ປີ 2019

 

ຕິດຕໍ່ຝ່າຍຂາຍ

ຫນ່ວຍງານສົ່ງເສີມການຈັດປະຊຸມແລະນິທັດສະການແຫ່ງປະເທດໄທ

ນ.ນາທິນີ ແຈ່ມຈັນ

ອີເມລ: nathinee_c@tceb.or.th

ໂທ: +662-694-6000

ຫຼື

ສາຍການບິນບາງກອກແອເວ

ນ.ກອບສຸກ ວະສຸທາໄລນັນ

ອີເມລ: vtesdpg@bangkokair.com

ໂທ: +856-21-242-557, +856-21-242-559

7
ອຸດສາຫະກຳ MICE ຂອງປະເທດໄທ ໄດ້ຮັບຜົນປະໂຫຍດຈາກການຈັດການພັດທະນາແນວເຂດເສດທະກິດພາກຕະເວັນອອກ.

     ປະກາດເມື່ອວັນທີ່ 19 ຕຸລາ 2017 ທີ່ກຸງເທບ ພາກສ່ວນການທ່ອງທ່ຽວຂອງໄທນັ້ນເຕິບໂຕຫຼາຍເພາະຄາດວ່າໄດ້ຮັບແຮງຊຸກຍູ້ມາຈາກ ນະໂຍບາຍປະເທດໄທ 4.0 ຂອງລັດທະບານໄທ ນັ້ນຄື: ຍຸດທະສາດການພັດທະນາ ແລະ ການຂົນສົ່ງທາງເຮືອຂອງແນວເຂດເສດທະກິດພາກຕະເວັນອອກ(EEC) ໂດຍຈະເບິ່ງໄດ້ຈາກການລົງທຶນໃນການຂະຫຍາຍສະຫນາມບິນແລະໂຄງສ້າງອື່ນໆທີ່ສຳຄັນ.


     ແຜນແນວເຂດເສດທະກິດພາກຕະເວັນອອກ ລັດທະບານໄທໄດ້ປະກາດອອກມາໃຊ້ໃນປີນີ້ ໂດຍມີ 3 ຈັງຫວັດຕິດກັບກຸງເທບຄື: ຊົນບຸລີ, ລະຍອງ, ຊະເຊິງເຊົາ ແລະ ຄາດວ່າຈະເປັນການລົງທຶນຮ່ວມກັນລະຫວ່າງພາກລັດທະບານ ແລະ ພາກເອກກະຊົນເປັນເງິນຫຼາຍກວ່າ 1.5 ລ້ານລ້ານບາດ ຫຼື 43 ພັນລ້ານໂດລາອະເມລິກາພາຍໃນ 5 ປີທຳອິດຂອງການດຳເນີນການປະຕິບັດໂຄງການ.

     ທ້າວຈິຣຸດ ອິດສະຣາງກູນ ນະ ອະຍຸດທະຍາ ປະທານສຳນັກງານສົ່ງເສິມການຈັດປະຊຸມ ແລະ ນິທັດສະການແຫ່ງປະເທດໄທ(TCEB)ເວົ້າໄວ້ວ່າ: ເພື່ອທີ່ຈະປະສົບຜົນສໍາເລັດໃນນະໂຍບາຍຂອງປະເທດໄທ 4.0 ຈື່ງມີໂອກາດຫຼາຍທີ່ຈະຈັດງານປະຊຸມ, ການປະຊຸມສຳມະນາໃຫຍ່, ຈັດງານນິທັດສະການສະແດງສິນຄ້າເພື່ອເປັນພາລະບົດບາດໃນການສະຫນັບສະຫນູນໃຫ້ປະສົບຜົນສຳເລັດ ໂດຍຫນ່ວຍງານນີ້ຄືຫນ່ວຍງານຂອງພາກລັດທະບານທີ່ຈັດຕັ້ງຂື້ນເພື່ອຫນ້າທີ່ສົ່ງເສີມອຸດສາຫະກຳ MICE (ອຸດສາຫະກຳການປະຊຸມ, ການຈູງໃຈ ແລະ ການຈັດການສະແດງສິນຄ້າຂອງປະເທດ) ໂດຍເວົ້າໄວ້ທີ່ງານປະຊຸມໃຫຍ່ໃນຫົວຂໍ້ ແນວທາງເສດທະກິດພາກຕະເວັນອອກຈະປະສົບຜົນສຳເລັດໄປຮອດນະໂຍບາຍປະເທດໄທ 4.0 ໄດ້ໄວປານໃດ?

     ໂດຍທີ່ບໍ່ນານມານີ້ໃນກຸງເທບສຳນັກງານສົ່ງເສີມການຈັດປະຊຸມແລະນິທັດສະການໄດ້ເປັນເຈົ້າພາບ ແລະ ຕົວແທນໃນເວທີການແລກປ່ຽນຄວາມຄິດເຫັນລະຫວ່າງຊຸມຊົນທຸລະກິດຄົນໄທ ແລະ ຄົນຕ່າງປະເທດ ອີກທັງເປັນຄັ້ງທຳອິດໃນຮອບປີທີ່ຜ່ານມາທີ່ປະເທດໄທໄດ້ຮັບຄວາມສົນໃຈຈາກທຸລະກິດການທ່ອງທ່ຽວໃນຕ່າງປະເທດກວ່າຫນຶ່ງລ້ານຄົນ.

    ທ້າວ Talun Theng ປະທານສະມາຄົມການສະແດງສິນຄ້າແຫ່ງປະເທດໄທເວົ້າໄວ້ວ່າ ການລົງທຶນນັ້ນສົ່ງຜົນດີສຳຫຼັບອຸດສາຫະກຳຂອງເຮົາຫຼາຍ ເພາະວ່າເຮົາມີໂຄງສ້າງພື້ນຖານຄົບທັງຫມົດກໍ່ຄື: ສະຫນາມບິນ, ທ່າເຮືອ, ລົດໄຟ ແລະ ຖະຫນົນຫົນທາງ ລ້ວນເປັນຄຸນນະສົມບັດທີ່ສຳຄັນໃນການຈັດງານສະແດງສິນຄ້າ ເພື່ອທີ່ຈະຍົກລະດັບປະເທດໄປສູ່ລະດັບທີ່ສູງຂື້ນໃນການແຂ່ງຂັນກັບປະເທດອື່ນໆ.

     ແນວທາງເສດທະກິດພາກຕະເວັນອອກ ເປັນຍຸດທະສາດທີ່ຈະເຮັດໃຫ້ວິໄສທັດນະໂຍບາຍປະເທດໄທ 4.0 ເປັນໄປໃນທາງທີ່ຖືກຕ້ອງສົມບູນ ດຣ.ສົມກຽດ ຕັ້ງກິດວານິດ ປະທານສະຖາບັນວິໄຈເພື່ອການພັດທະນາແຫ່ງປະເທດໄທ(TDRI)ເວົ້າໄວ້ ແລະຜົນສຳເລັດຂອງແນວທາງເສດທະກິດພາກຕະເວັນອອກຄວນຈະວັດຈາກການເພີ່ມຂີດຄວາມສາມາດດ້ານເທັກໂນໂລຢີຂອງປະເທດນຳ.

     ຈາກຂໍ້ມູນຂອງສະຖາບັນວິໄຈເພື່ອການພັດທະນາແຫ່ງປະເທດໄທ ສະຫນາມບິນອູ່ຕະເພົາ ເປັນສະຫນາມບິນນານາຊາດອັນດັບທີ່ສາມຂອງກຸງເທບ ໂດຍມີມູນຄ່າການລົງທຶນປະມານ 200,000 ລ້ານບາດ ຫຼື 5.5 ພັນລ້ານໂດລາອະເມລິກາ ອີກທັງເປັນຫຼັກສຳຄັນຂອງແນວທາງເສດທະກິດພາກຕະເວັນອອກ ອີກທັງດຶງດູດນັກລົງທຶນຈາກທົ່ວໂລກເພາະວ່າຄວາມໄດ້ປຽບໃນຕຳແຫນ່ງທີ່ຕັ້ງ ດັງນັ້ນຈື່ງຈະມີການເພີ່ມລູ່ບິນ ແລະ ອາຄານຜູ້ໂດຍສານໃຫມ່ອີກສອງແຫ່ງພາຍໃນສະຫນາມບິນນີ້ອີກ ແລະຈະເຮັດໃຫ້ປະເທດໄທປ່ຽນເປັນສູນກາງຂອງພູມພາກ ແລະ ຊ່ວຍໃຫ້ສາມາດພັດທະນາຊ່ອມແຊມທາງດ້ານປົວແປງທາງອາກາດ ແລະ ອຸດສາຫະກຳໂດຍລວມໄດ້(MRO).

     ການລົງທຶນພາກເອກກະຊົນໃນເຂດແນວທາງເສດທະກິດພາກຕະເວັນອອກກໍ່ຈະໄດ້ຮັບແຮງຈູງໃຈເປັນພິເສດເຊັ່ນກັນ ຕົວຢ່າງເຊັ່ນ: ສິດທິພິເສດທາງດ້ານພາສີອາກອນ, ການເຊົ່າທີ່ດິນໄລຍະຍາວ ແລະ ຂັ້ນຕອນການບໍລິຫານທີ່ເລັ່ງດ່ວນ.
 
ສຳນັກງານສົ່ງເສິມການຈັດປະຊຸມ ແລະ ນິທັດສະການແຫ່ງປະເທດໄທ(TCEB)
ອີເມວ: jutarat_a@tceb.or.th
ເບອໂທ: +66-2-694-6000

8
     ໂປຣປາກ ອາຊີ ປີ 2017 ຄັ້ງນີ້ ຄືງານສະເຫຼີມສະຫຼອງຄົບຮອບ 25 ປີກັບຜົນສຳເລັດຂອງໂປຣປາກ ອາຊີ ໃນການຈັດງານທຸລະກິດການຄ້າສຳລັບອຸດສາຫະກຳ ພ້ອມທັ້ງເພິ່ມຂະຫນາດພື້ນທີ່ຈັດງານໃຫ້ໃຫຍ່ຂຶ້ນອີກ 25 ເປີເຊັ໊ນ

     ງານໂປຣປາກ ອາຊີ ໃນປີນີ້ເຕີບໂຕຂະຫຍາຍມາກມາຍຍ້ອນມາຈາກການຕ້ອງການທີ່ເພິ່ມຂຶ້ນຂອງທຸກພາກສ່ວນ ໃນງານນີ້ຜູ້ເຂົ້າຮ່ວມງານສະແດງແລະຊຸ້ມຕ່າງປະເທດທີ່ເຂົ້າຮ່ວມໄດ້ຂະຫຍາຍຕົວເພິ່ມຂຶ້ນຫຼວງຫຼາຍ ໂດຍຍັງມີຜູ້ຈັດສະແດງສິນຄ້າຜູ້ໃຫມ່ມາເຂົ້າຮ່ວມນຳສະເຫນີ    ນະວັດຕະກຳການປ່ຽນແປງຮຸ່ນໃຫມ່ລ່າສຸດຈາກທົ່ວທຸກມຸມໂລກ

     ງານໂປຣປາກ ອາຊີ ເປັນງານສະແດງອຸດສາຫະກຳທີ່ໃຫຍ່ທີ່ສຸດ ມີຄວມເປັນນານາຊາດທີ່ສຸດ ແລະສຳຄັນທີ່ສຸດຂອງພູມພາກອາຊີ ໃນຂະນະນີ້ພື້ນທີ່ຈັດສະແດງພາຍໃນງານ ທີ່ອາຄານ ໄບເທັກບາງນາ ຄວບຄຸມພື້ນທີ່ຫຼາຍກວ່າ 55,000 ຕາຕະລາງແມັດແລ້ວ ໃນງານຈັດສະແດງຄັ້ງທີ່ 25 ນີ້ຈະມີຜູ້ເຂົ້າຮ່ວມສະແດງສິນຄ້າຫຼາຍກວ່າ 2,000 ຄົນຈາກ 45 ປະເທດຫຼືຊົນຊາດ ໂດຍຈະມີ   18 ຊຸ້ມຂອງຕ່າງປະເທດ ໂດຍມາຈາກ: ອົດສະຕາລີ, ຈີນ 2ຊຸ້ມ, ເດນມາກ, ຝລັ່ງ, ເຢຍລະມັນ,   ອິຕາລີ 3ຊຸ້ມ, ຍີ່ປຸ່ນ, ເກົາຫຼີ 2ຊຸ້ມ, ສິງກະໂປ, ສະເປນ, ໄຕຫວັນ 2ຊຸ້ມ, ອັງກິດ ແລະອະເມຣິກາ ໂດຍຄາດວ່າສິມີຜູ້ເຂ້າຊົມງານຫຼາຍກວ່າ 45,000 ຄົນพ้อม

     ການອຸດສາຫະກຳບັນຈຸເຄື່ອງຂອງຄືອີກຫນຶ່ງຂອງການປ່ຽນແປງໃຫມ່ທີ່ມີຄວາມທັນສະໄຫມແລະໃຫມ່ລ່າສຸດໃນໂລກເພາະວ່າການບັນຈຸເຄື່ອງຂອງນັ້ນໆສາມາດແຍກແຍະແລະມີຄວາມແຕກຕ່າງກັນໄດ້ຈາກຫຼາຍໆຄູ່ແຂ່ງ ແລ້ວ ແຕ່ລະບໍລິສັດຈຶ່ງມອງຫາແຫຼ່ງທີ່ຈະສະເຫນີຄວາມສາມາດໃນການແຂ່ງຂັນນັ້ນ ດັ່ງນັ້ນງານໂປຣປາກ ອາຊີ ຄັ້ງນີ້ກະຄືແຫຼ່ງນະວັດຕະກຳການປ່ຽນແປງທີ່ເຊື່ອມຕໍ່ໃຫ້ກັບອຸດສາຫະກຳເຫຼົ່ານັ້ນແລະແກ້ປັນຫາເລື່ອງການຂົນສົ່ງອີກພ້ອມ

     ງານໂປຣປາກ ອາຊີ ຈະມີແນວຄວາມຄິດທີ່ທັນສະໄຫມແລະໃຫມ່ລ່າສຸດຄື: ຕ້ອງຄວາມສະດວກສະບາຍ, ເປັນອຸດສາຫະກຳບັນຈຸເຄື່ອງຂອງທີ່ຢັ້ງຢືນ, ຕ້ອງມີຢີ່ຫໍ້ທີ່ເປັນທີ່ຍອມຮັບ, ສ້າງຄວາມເຊື່ອໃຈເພິ່ມຂຶ້ນ, ຕ້ອງມີຄວາມຢືດຢຸ່ນ, ແລະເປັນຣະບົບດິຈິຕອນ, ເນື່ອງຈາກອຸດສາຫະກຳນັ້ນໄດ້ປ່ຽນແປງຈາກຣະບົບປຽບທຽບໄປເປັນຣະບົບດິຈິຕອນ ໂດຍຜ່ານທາງເທັກໂນໂລຍີ ແລະຊ໊ອບແວ ເພື່ອໃຊ້ເຊື່ອມໂຍງການຜະລິດທັ້ງຫມົດ ຈາກພືດຜົນຈົນເຖິງຜະລິດຕະພັນສຳເລັດຮູບ

     ງານໂປຣປາກ ອາຊີ ຍັງຈະຈັດສະແດງແຜນຜັງຊຸດໃຫມ່ ໂດຍທີ່ມຸ້ງເນັ້ນໄປທີ່ 9 ສ່ວນອຸດສາຫະກຳຂອງກຸ່ມອາຊີ ໂດຍມີ: ເທັກໂນໂລຢີການດຳເນິນການ, ເທັກໂນໂລຢີການບັນຈຸເຄື່ອງ, ເທັກໂນໂລອຸດສາຫະກຳເຄື່ອງດື່ມ, ເທັກໂນໂລຢີອຸດສາຫະກຳຢາ,  ອຸດສາຫະກຳຫ້ອງປະຕິບັດການແລະການທົດລອງ, ອຸດສາຫະກຳວັດສະດຸສິ່ງຂອງ, ເທັກໂນໂລຢີການສ້າງລະຫັດແລະເຄື່ອງຫມາຍແລະຕິດສະຫຼາກ, ອຸດສາຫະກຳການເກັບອາຫານໄວ້ໃນຫ້ອງແຊ່ແຂັງແລະຣະບົບການຈັດການຂົນສົ່ງເຄື່ອງແລະສາງເກັບເຄື່ອງ, ເທັກໂນໂລຢີກ່ຽວກັບການພິມ ຈະສາມາດເຮັດໃຫ້ຜູ້ຊື້ແລະຜູ້ຂາຍສາມາດພັດທະນາທຸລະກິດທີ່ດີທີ່ສຸດໄປດ້ວຍກັນໄດ້

     ນອກຈາກການຈັດງານສະແດງອຸດສາຫະກຳທີ່ຍິ່ງໃຫຍ່ນີ້ແລ້ວ ງານໂປຣປາກ ຍັງຈະມີການຈັດການປະຊຸມແລະເຫດການທີ່ສຳຄັນກ່ຽວກັບອຸດສາຫະກຳພູມພາກອາຊີອີກພ້ອມ ດັ່ງນີ້: ການປະຊຸມກ່ຽວກັບການປ່ຽນແປງໃຫມ່ເລື່ອງອາຫານປີ 2017, ການປະກວດແຂ່ງຂັນກ່ຽວກັບການປ່ຽນແປງໃຫມ່ເລື່ອງອາຫານປີ 2017, ການປະຊຸມກ່ຽວກັບການປ່ຽນແປງໃຫມ່ເລື່ອງເຄື່ອງດື່ມປີ 2017, ການປະຊຸມສຳມະນາລະຫວ່າງສະມາຄົມເຄື່ອງດື່ມປະເທດໄທກັບກະຊວງສາທາລະນະສຸກ, ການປະຊຸມກ່ຽວກັບເທັກໂນໂລຢີອຸດສາຫະກຳຢາປີ 2017, ການປະຊຸມລະຫວ່າງສະຖາບັນບັນຈຸສິ່ງຊອງປະເທດໄທກັບສະຖາບັນວິໄຈວິທະຍາສາດແລະເທັກໂນໂລຢີແຫ່ງປະເທດໄທປີ 2017, ການປະຊຸມສຳມະນາຂອງກົມສົ່ງເສິມອຸດສາຫະກຳປີ 2017, ການແຂ່ງຂັນຕອບປັນຫາວິຊາການດ້ານວິທະຍາສາດແລະເທັກໂນໂລຢີທາງອາຫານຂອງສະມາຄົມວິທະຍາສາດແລະເທັກໂນໂລຢີທາງອາຫານແຫ່ງປະເທດໄທ, ການປະຊຸມກ່ຽວກັບອາຫານແລະເຄື່ອງດື່ມແຫ່ງປະເທດໄທພູມພາກອາຊີ, ການປະຊຸມສຳມະນາຂອງບໍລິສັດຟູ໊ດໂຟກັດປະເທດໄທປີ 2017, ການປະກາດລາງວັນຜູ້ຊະນະການບັນຈຸເຄື່ອງຂອງແຫ່ງປະເທດໄທແລະພູມພາກອາຊີ, ການປະຊຸມສຳມະນາກ່ຽວກັບການຝຶກອົບລົມໂດຍມຸ້ງເນັ້ນຄວາມສຳຄັນກັບທຸລະກິດຂະຫນາດກາງແລະທຸລະກິດຂະຫນາດນ້ອຍ ແລະອື່ນໆ ອີກມາກມາຍ

     ງານໂປຣປາກ ອາຊີປີ 2017 ງານເທັກໂນໂລຢີການປ່ຽນຮູບແບບແລະການບັນຈຸເຄື່ອງຂອງນານາຊາດຄັ້ງທີ່ 25 ແຫ່ງພູມພາກອາຊີຄັ້ງນີ້ ຈັດຂຶ້ນທີ່ ຫໍປະຊຸມເລກທີ່ 98 ຫາ 105 ທີ່ອາຄານໄບເທັກບາງນາ ກຸງເທບ ປະເທດໄທ ໃນວັນທີ 14 ຫາ 17 ມິຖຸນາ ປີ2017 ເລິ່ມຕັ້ງແຕ່ເວລາ 10 ໂມງເຊົ້າ ຮອດ 6 ໂມງແລງຂອງທຸກໆມື້

ງານນີ້ຈັດໂດຍ ບໍລິສັດ ຍູບີເອັມ                                                                       
ບໍລິສັດ ຍູບີເອັມ ຄືຜູ້ຈັດງານກ່ຽວກັບຕະຫຼາດທຸລະກິດທາງໂລກອອນໄລລາຍໃຫຍ່ທີ່ສຸດໃນໂລກ

ເຂົ້າຊົມເວັປໄຊ້ www.propakasia.com ຫຼື                                                 
ກົດໄລ້ທີ່ເພດເຟັດບຸ໊ກ www.facebook.com/ProPakAsia
ຕິດຕໍ່ງານ UBM BES                                                                             
ເບອໂທ +662-615-1255


9
Thailand's Department of Industrial Promotion Launches "FDC Awards 2017" to Lure Fashion Designers Across AEC


          The Department of Industrial Promotion, Ministry of Industry, Thailand, is pleased to announce the "Fashion Designer Creation Awards 2017" (FDC Awards 2017) in search of talented fashion designers in the AEC region. The competition offers over USD 12,500 in total prize money. The competition will be divided into three categories including apparels, leathers and shoes, jewelries and accessories. Winner and three runner ups in each of these categories will also receive a regional achievement certificate and a plaque. The winner will have an opportunity to undertake a fashion industry study tour overseas.


          Now into its 3rd year, the Department of Industry Promotion is calling fashion designers throughout AEC to submit entries for the FDC Awards 2017. With a significant role in propelling Thai fashion industry forward, the department organizes the Awards as part of the Fashion Designer Creation campaign that aims to drive growth in the fashion industry. The FDC Awards aspires to enhance capabilities of fashion designers, entrepreneurs, professionals and students. Participants are encouraged to embrace local wisdom, technologies and innovations along with fashion trend in their designs, and take inspiration from ASEAN's unique arts and culture to create captivating collections ranging from apparels, leathers and shoes to jewelries and accessories that cater to diverse tastes of ASEAN consumers, and set trends at the regional and international runway shows.
          FDC Awards 2017 is organized by the Department of Industrial Promotion, Ministry of Industry, Thailand, in collaboration with the Institute for Small and Medium Enterprises Development.
          Take your passion for fashion to the FDC Awards 2017 and be part of this driving force for fashion design creativity in the AEC. Registration opens now until 31 Jan 2017. To find out more and download the application, visit www.fdcbydip.com.

ໜ້າ: [1]
รับทำseoราคาถูก, รับโปรโมทเว็บไซต์, รับดันอันดับเว็บไซต์, รับทำเว็บไซต์, ออกแบบเว็บไซต์ราคาถูก, รับประกันติดgoogle

ลงประกาศฟรี ลงประกาศฟรี ลงประกาศฟรี

ບໍລິການ ລົງໂຄສະນາ ເພິ່ມຍອດຂາຍ ຂະຫຍາຍລາຍຮັບ