Lao Free Classified ສູນຮວມສິນຄ້າສປປ.ລາວ-ໄທ ລົງໂຄສະນາຟຣີ ຂາຍເຄື່ອງຟຣີ ໂປໂໝດເວັບຟຣີ ປະກາດຫາວຽກຟຣີ

ຂ່າວສານແລະກິດຈະກຳ => ຝາກຂ່າວປະຊາສຳພັນ => ຂໍ້ຄວາມທີ່ເລິ່ມໂດຍ: IQ_CLM ຄົ້ນຫາທີ່ ຕຸລາ 19, 2017, 05:39:21 pm

ຫົວຂໍ້: ອຸດສາຫະກຳ MICE ຂອງປະເທດໄທ ໄດ້ຮັບຜົນປະໂຫຍດຈາກການຈັດການພັດທະນາແນວເຂດເສດທະກິດພາກຕະເ
ເລິ່ມຫົວຂໍ້ໂດຍ: IQ_CLM ຄົ້ນຫາທີ່ ຕຸລາ 19, 2017, 05:39:21 pm
ອຸດສາຫະກຳ MICE ຂອງປະເທດໄທ ໄດ້ຮັບຜົນປະໂຫຍດຈາກການຈັດການພັດທະນາແນວເຂດເສດທະກິດພາກຕະເວັນອອກ.

     ປະກາດເມື່ອວັນທີ່ 19 ຕຸລາ 2017 ທີ່ກຸງເທບ ພາກສ່ວນການທ່ອງທ່ຽວຂອງໄທນັ້ນເຕິບໂຕຫຼາຍເພາະຄາດວ່າໄດ້ຮັບແຮງຊຸກຍູ້ມາຈາກ ນະໂຍບາຍປະເທດໄທ 4.0 ຂອງລັດທະບານໄທ ນັ້ນຄື: ຍຸດທະສາດການພັດທະນາ ແລະ ການຂົນສົ່ງທາງເຮືອຂອງແນວເຂດເສດທະກິດພາກຕະເວັນອອກ(EEC) ໂດຍຈະເບິ່ງໄດ້ຈາກການລົງທຶນໃນການຂະຫຍາຍສະຫນາມບິນແລະໂຄງສ້າງອື່ນໆທີ່ສຳຄັນ.

(https://photos.prnasia.com/prnvar/20171018/1969114-1)

     ແຜນແນວເຂດເສດທະກິດພາກຕະເວັນອອກ ລັດທະບານໄທໄດ້ປະກາດອອກມາໃຊ້ໃນປີນີ້ ໂດຍມີ 3 ຈັງຫວັດຕິດກັບກຸງເທບຄື: ຊົນບຸລີ, ລະຍອງ, ຊະເຊິງເຊົາ ແລະ ຄາດວ່າຈະເປັນການລົງທຶນຮ່ວມກັນລະຫວ່າງພາກລັດທະບານ ແລະ ພາກເອກກະຊົນເປັນເງິນຫຼາຍກວ່າ 1.5 ລ້ານລ້ານບາດ ຫຼື 43 ພັນລ້ານໂດລາອະເມລິກາພາຍໃນ 5 ປີທຳອິດຂອງການດຳເນີນການປະຕິບັດໂຄງການ.

     ທ້າວຈິຣຸດ ອິດສະຣາງກູນ ນະ ອະຍຸດທະຍາ ປະທານສຳນັກງານສົ່ງເສິມການຈັດປະຊຸມ ແລະ ນິທັດສະການແຫ່ງປະເທດໄທ(TCEB)ເວົ້າໄວ້ວ່າ: ເພື່ອທີ່ຈະປະສົບຜົນສໍາເລັດໃນນະໂຍບາຍຂອງປະເທດໄທ 4.0 ຈື່ງມີໂອກາດຫຼາຍທີ່ຈະຈັດງານປະຊຸມ, ການປະຊຸມສຳມະນາໃຫຍ່, ຈັດງານນິທັດສະການສະແດງສິນຄ້າເພື່ອເປັນພາລະບົດບາດໃນການສະຫນັບສະຫນູນໃຫ້ປະສົບຜົນສຳເລັດ ໂດຍຫນ່ວຍງານນີ້ຄືຫນ່ວຍງານຂອງພາກລັດທະບານທີ່ຈັດຕັ້ງຂື້ນເພື່ອຫນ້າທີ່ສົ່ງເສີມອຸດສາຫະກຳ MICE (ອຸດສາຫະກຳການປະຊຸມ, ການຈູງໃຈ ແລະ ການຈັດການສະແດງສິນຄ້າຂອງປະເທດ) ໂດຍເວົ້າໄວ້ທີ່ງານປະຊຸມໃຫຍ່ໃນຫົວຂໍ້ ແນວທາງເສດທະກິດພາກຕະເວັນອອກຈະປະສົບຜົນສຳເລັດໄປຮອດນະໂຍບາຍປະເທດໄທ 4.0 ໄດ້ໄວປານໃດ?

     ໂດຍທີ່ບໍ່ນານມານີ້ໃນກຸງເທບສຳນັກງານສົ່ງເສີມການຈັດປະຊຸມແລະນິທັດສະການໄດ້ເປັນເຈົ້າພາບ ແລະ ຕົວແທນໃນເວທີການແລກປ່ຽນຄວາມຄິດເຫັນລະຫວ່າງຊຸມຊົນທຸລະກິດຄົນໄທ ແລະ ຄົນຕ່າງປະເທດ ອີກທັງເປັນຄັ້ງທຳອິດໃນຮອບປີທີ່ຜ່ານມາທີ່ປະເທດໄທໄດ້ຮັບຄວາມສົນໃຈຈາກທຸລະກິດການທ່ອງທ່ຽວໃນຕ່າງປະເທດກວ່າຫນຶ່ງລ້ານຄົນ.

    ທ້າວ Talun Theng ປະທານສະມາຄົມການສະແດງສິນຄ້າແຫ່ງປະເທດໄທເວົ້າໄວ້ວ່າ ການລົງທຶນນັ້ນສົ່ງຜົນດີສຳຫຼັບອຸດສາຫະກຳຂອງເຮົາຫຼາຍ ເພາະວ່າເຮົາມີໂຄງສ້າງພື້ນຖານຄົບທັງຫມົດກໍ່ຄື: ສະຫນາມບິນ, ທ່າເຮືອ, ລົດໄຟ ແລະ ຖະຫນົນຫົນທາງ ລ້ວນເປັນຄຸນນະສົມບັດທີ່ສຳຄັນໃນການຈັດງານສະແດງສິນຄ້າ ເພື່ອທີ່ຈະຍົກລະດັບປະເທດໄປສູ່ລະດັບທີ່ສູງຂື້ນໃນການແຂ່ງຂັນກັບປະເທດອື່ນໆ.

     ແນວທາງເສດທະກິດພາກຕະເວັນອອກ ເປັນຍຸດທະສາດທີ່ຈະເຮັດໃຫ້ວິໄສທັດນະໂຍບາຍປະເທດໄທ 4.0 ເປັນໄປໃນທາງທີ່ຖືກຕ້ອງສົມບູນ ດຣ.ສົມກຽດ ຕັ້ງກິດວານິດ ປະທານສະຖາບັນວິໄຈເພື່ອການພັດທະນາແຫ່ງປະເທດໄທ(TDRI)ເວົ້າໄວ້ ແລະຜົນສຳເລັດຂອງແນວທາງເສດທະກິດພາກຕະເວັນອອກຄວນຈະວັດຈາກການເພີ່ມຂີດຄວາມສາມາດດ້ານເທັກໂນໂລຢີຂອງປະເທດນຳ.

     ຈາກຂໍ້ມູນຂອງສະຖາບັນວິໄຈເພື່ອການພັດທະນາແຫ່ງປະເທດໄທ ສະຫນາມບິນອູ່ຕະເພົາ ເປັນສະຫນາມບິນນານາຊາດອັນດັບທີ່ສາມຂອງກຸງເທບ ໂດຍມີມູນຄ່າການລົງທຶນປະມານ 200,000 ລ້ານບາດ ຫຼື 5.5 ພັນລ້ານໂດລາອະເມລິກາ ອີກທັງເປັນຫຼັກສຳຄັນຂອງແນວທາງເສດທະກິດພາກຕະເວັນອອກ ອີກທັງດຶງດູດນັກລົງທຶນຈາກທົ່ວໂລກເພາະວ່າຄວາມໄດ້ປຽບໃນຕຳແຫນ່ງທີ່ຕັ້ງ ດັງນັ້ນຈື່ງຈະມີການເພີ່ມລູ່ບິນ ແລະ ອາຄານຜູ້ໂດຍສານໃຫມ່ອີກສອງແຫ່ງພາຍໃນສະຫນາມບິນນີ້ອີກ ແລະຈະເຮັດໃຫ້ປະເທດໄທປ່ຽນເປັນສູນກາງຂອງພູມພາກ ແລະ ຊ່ວຍໃຫ້ສາມາດພັດທະນາຊ່ອມແຊມທາງດ້ານປົວແປງທາງອາກາດ ແລະ ອຸດສາຫະກຳໂດຍລວມໄດ້(MRO).

     ການລົງທຶນພາກເອກກະຊົນໃນເຂດແນວທາງເສດທະກິດພາກຕະເວັນອອກກໍ່ຈະໄດ້ຮັບແຮງຈູງໃຈເປັນພິເສດເຊັ່ນກັນ ຕົວຢ່າງເຊັ່ນ: ສິດທິພິເສດທາງດ້ານພາສີອາກອນ, ການເຊົ່າທີ່ດິນໄລຍະຍາວ ແລະ ຂັ້ນຕອນການບໍລິຫານທີ່ເລັ່ງດ່ວນ.
 
ສຳນັກງານສົ່ງເສິມການຈັດປະຊຸມ ແລະ ນິທັດສະການແຫ່ງປະເທດໄທ(TCEB)
ອີເມວ: jutarat_a@tceb.or.th
ເບອໂທ: +66-2-694-6000