Lao Free Classified ສູນຮວມສິນຄ້າສປປ.ລາວ-ໄທ ລົງໂຄສະນາຟຣີ ຂາຍເຄື່ອງຟຣີ ໂປໂໝດເວັບຟຣີ ປະກາດຫາວຽກຟຣີ

ຂ່າວສານແລະກິດຈະກຳ => ຝາກຂ່າວປະຊາສຳພັນ => ຂໍ້ຄວາມທີ່ເລິ່ມໂດຍ: IQ_CLM ຄົ້ນຫາທີ່ ພຶດສະພາ 18, 2018, 09:13:00 am

ຫົວຂໍ້: ເປີດໂຕງານ ຊີຊີອີ ເຊົ້າ ອີ໊ດ ອາຊີ ງານສະແດງສິນຄ້າອຸດສາຫະກຳຄັ້ງທີ່ 2 ແຫ່ງປະເທດໄທ
ເລິ່ມຫົວຂໍ້ໂດຍ: IQ_CLM ຄົ້ນຫາທີ່ ພຶດສະພາ 18, 2018, 09:13:00 am
ເປີດໂຕງານ ຊີຊີອີ ເຊົ້າ ອີ໊ດ ອາຊີ ງານສະແດງສິນຄ້າອຸດສາຫະກຳຄັ້ງທີ່ 2 ແຫ່ງປະເທດໄທ ປີ 2018 (ງານສະແດງສິນຄ້າອຸດສາຫະກຳຂອງພູມພາກອາຊີຕະເວັນຕົກຊຽງໃຕ້)

(https://photos.prnasia.com/prnvar/20180514/2132210-1)

4 ກຸ່ມສະມາຊີກໄດ້ຮ່ວມແຮງຮ່ວມໃຈໃນການພັດທະນາອຸດສາຫະກຳການຜະລິດບັນຈຸພັນກະດາດລັງຂອງໄທໃຫ້ເປັນສູນກາງໃນພູມພາກ

ເມື່ອວັນທີ່ 16 ພຶດສະພາ ປີ 2018 ທີ່ ກຸງເທບ ກຸ່ມສະມາຄົມອຸດສາຫະກຳແລະຫນ່ວຍງານລັດທະບານຂອງປະເທດໄທໄດ້ປະກາດຈັດງານ ຊີຊີອີ ເຊົ້າ ອີ໊ດ ອາຊີ ງານສະແດງສິນຄ້າອຸດສາຫະກຳຄັ້ງທີ່ 2 ແຫ່ງປະເທດໄທ ປີ 2018 ແລະຈະເນັ້ນທີ່ອຸດສາຫະກຳກະດາດລັງຂອງໄທເປັນຫຼັກ

ງານ ຊີຊີອີ ເຊົ້າ ອີ໊ດ ອາຊີຄັ້ງນີ້ຈະຈັດຂື້ນພ້ອມກັບງານ ໄອຊີອີ ເຊົ້າ ອີ໊ດ ອາຊີ ຕັ້ງແຕ່ວັນທີ່ 5-7 ກັນຍາ ປີ 2018 ທີ່ສູນນິທັດສະການແລະການປະຊຸມໄບເທັກບາງນາ ແລະຈະເນັ້ນເຖິງເຄື່ອງຈັກແລະອຸບປະກອນລ່າສຸດຈາກຜູ້ຜະລິດຊັ້ນນຳທັ່ວພູມພາກອາຊີ ພ້ອມທັ້ງການນຳສະເນີຜະລິດຕະພັນແລະວີທີນຳໃຊ້ໂດຍກົງແກ່ຜູ້ໃຊ້

ທັ້ງ 4 ຫນ່ວຍງານຊອງງານ ຊີອີ ເຊົ້າ ອີ໊ດ ອາຊີຄັ້ງນີ້ ໄດ້ແກ່ ສມາຄົມບັນຈຸພັນກະດາດລັງຂອງໄທ, ສະມາຄົມອຸດສາຫະກຳເຢື່ອແລະກະດາດຂອງໄທ, ສມາຄົມການພິມສະກີນຂອງໄທ ແລະສຳນັກງານສົ່ງເສີມການຈັດງານປະຊຸມແລະນິທັດສະການ

ງານ ຊີຊີອີ ແລະ ງານ ໄອຊີອີ ປີ2018 ນີ້ເປັນສ່ວນຫນຶ່ງຂອງເປ້າຫມາຍທີ່ໃຫຍ່ຂື້ນຂອງກູ່ມສະມາຊີກໃນຂະຫຍາຍຂີດຄວາມສາມາດໃນການຜະລິດແລະຊຸ້ກຢູ້ການເຕີບໂຕຍ່າງຢັ່ງຢືນຂອງອຸດສາຫະກຳການຜະລິດບັນຈຸພັນກະດາດລັງຂອງໄທໃຫ້ຕາມແຜນພັດທະນາຢຸກດິຈິຕອນຂອງລັດທະບານປະເທດໄທ 4.0

ນາງສາວ ກະຫນົກວະຣາ ອະນຸດຕະວັດ ຜູ້ຈັດການອາວຸໂສຂອງ ບໍລິສັດ ແມັກ ບຣູ໊ກ ເອົ໊ກຊີບີຊັ່ນ ອາຊີ ຈຳກັດ ເວົ້າໄວ້ວ່າ : ຂະນະນີ້ຜູ້ປະກອບການໃນພາກອຸດສາຫະກຳບັນຈຸພັນກະດາດລັງທັ່ວທັ້ງພູມພາກອາຊີ ຕ້ອງພ້ອມໃນການຂະຫຍາຍກຳລັງການຜະລິດ ເພື່ອຕອບສະຫນອງຄວາມຕ້ອງການຂອງຜູ້ໃຊ້ທ້ອງຖິ່ນແລະລູກຄ້າທີ່ເພີ່ມຂື້ນ ປັດຈຸບັນພູມພາກອາຊີມີປະຊາຊົນເຖີງ 620 ລ້ານຄົນ ທີ່ຢູ່ໃນວັຍທຳງານແລະມີການຂະຫຍາຍໂຕເພີ່ມສູງຊື້ນຍ່າງຕ່ໍເນື່ອງ ຖືວ່າເປັນປັດໃຈສຳຄັນທີ່ທຳໃຫ້ລະດັບການເຕີບໂຕທາງເສດທະກິດຂອງປະເທດໃນພູມພາກນີ້ເພີ່ມຂື້ນ ແລະສົ່ງຜົນຕໍ່ການຂະຫຍາຍໂຕຂອງສິນຄ້າຂອງໃຊ້ຂອງກີນ ແລະຕະຫຼາດບັນຈຸພັນ ພ້ອມທັ້ງນະວັດຕະກຳໃຫມ່ ໃນອຸດສາຫະກຳບັນຈຸພັນກະດາດລັງໃຫ້ເພີ່ມຂື້ນ

ທ.ຣະວິ ກະເສມສານ ນາຍົກສະມາຄົມບັນຈຸພັນກະດາດລັງຂອງໄທ ເວົ້າໄວ້ວ່າ : ງານສະແດງສິນຄ້າ ຊີຊີອີ ແລະ ໄອຊີອີ ປີ2018 ນີ້ເປັນໂອກາດທີ່ດີໃຫ້ຜູ້ປະກອບການໃນອຸດສາຫະກຳບັນຈຸພັນກະດາດລັງ ໄດ້ທຳຄວາມຮູ້ຈັກ ແບ່ງປັນປະສົບການ ແລະພັດທະນາຄວາມສຳພັນກັບຜູ້ຜະລິດຊັ້ນນຳດ້ານນະວັດຕະກຳເຄື່ອງຈັກແລະເທັກໂນໂລຍີທີ່ທັນສະໄຫມ

ທ.ວິຊານ ຈິດພັກດີ ນາຍົກສະມາຄົມອຸດສາຫະກຳເຢື່ອແລະກະດາດຂອງໄທ ເວົ້າເຖີງ ການເຕີບໂຕຂອງງານສະແດງສິນຄ້າຄັ້ງນີ້ວ່າ ຈຳນວນຜູ້ເຂົ້າດູງານແລະເຄື່ອງຈັກທີ່ຈັດໃນງານ ຊີຊີອີ ເຊົ້າ ອີ໊ດ ອາຊີ ປີ2018 ຄັ້ງນີ້ ຄາດວ່າຈະມີຫຼາຍກວ່າງານຄັ້ງກ່ອນ ອີກທັ້ງຈະທຳໃຫ້ຜູ້ປະກອບການອຸດສາຫະກຳກະດາດລັງຂອງໄທແລະອາຊີມີໂອກາດທີ່ຈະໄດ້ເບີ່ງນະວັດຕະກຳເຄື່ອງຈັກແລະເທັກໂນໂລຍີສະໄຫມໃຫມ່ ເພື່ອທີ່ຈະສ້າງຫຼືກຳລັງສ້າງໂຄງຂ່າຍທາງທຸລະກິດຂອງໂຕເອງ

ສຳຫຼັບຂໍ່ມູນເພີ່ມເຕີມ ກະລຸນາເຂົ້າຊົມເວັບໄຊ້ : www.cce-southeastasia.com; www.ice-southeastasia.com

ສຳຫຼັບສື່ມວນຊົນ ກະລຸນາຕິດຕໍ່ :
ນາງສາວ ປາຣິຊາດ ສຸວັນ
ບໍລິສັດ ຄໍແອນພີ໊ກ ພັບບິກລີເລຊັ່ນ ຈຳກັດ
ໂທ : Tel. +66-2439-4600 ຕໍ່ 8300, +6681-668-9239
ອີເມວ : paricharts@corepeak.com