Lao Free Classified ສູນຮວມສິນຄ້າສປປ.ລາວ-ໄທ ລົງໂຄສະນາຟຣີ ຂາຍເຄື່ອງຟຣີ ໂປໂໝດເວັບຟຣີ ປະກາດຫາວຽກຟຣີ

ຂ່າວສານແລະກິດຈະກຳ => ເວົ້າເລື່ອງທົ່ວໄປ => ຂໍ້ຄວາມທີ່ເລິ່ມໂດຍ: IQ_CLM ຄົ້ນຫາທີ່ ມິຖຸນາ 10, 2020, 09:20:34 am

ຫົວຂໍ້: ລູກສິດເກົ່າຂອງສະຖາບັນວາເທວແຫ່ງປະເທດໄທ ຢ້ອງຢໍໃຫ້ຫຼັກສູດຂອງທາງສະຖາບັນນັ້ນເປັນ ຫຼັກ
ເລິ່ມຫົວຂໍ້ໂດຍ: IQ_CLM ຄົ້ນຫາທີ່ ມິຖຸນາ 10, 2020, 09:20:34 am
ລູກສິດເກົ່າຂອງສະຖາບັນວາເທວແຫ່ງປະເທດໄທ ຢ້ອງຢໍໃຫ້ຫຼັກສູດຂອງທາງສະຖາບັນນັ້ນເປັນ ຫຼັກສູດທີ່ຈະທຳໃຫ້ປະສົບຄວາມສຳເລັດໃນການອາຊີບດ້ານການຈັດການບໍລິການດີຂື້ນ

            ສະຖາບັນວາເທວແຫ່ງປະເທດໄທ,  ຄະນະບໍລິຫານທຸລະກິດ, ສາຂາການຈັດການໂຮງແຮມນັ້ນ (ຫຼັກສູດປະລີນຍາສອງໃບລະດັບນານາຊາດ) ຂໍນຳສະເໜີການຜະສົມຜະສານຂອງຫຼັກສູດການສືກສາ, ການຝືກພາກປະຕິບັດ, ແລະການຝືກງານ ເພື່ອທີ່ຈະມອບພື້ນຖານທີ່ມັ່ນຄົງ, ຄວາມຮູ້, ຄວາມສາມາດ ແລະຄວາມມັ່ນໃຈໃຫ້ກັບນັກສືກສາ ເພື່ອສຳຫຼັບການປະສົບຜົນສຳເລັດໃນການອາຊີບດ້ານການທ່ອງທ່ຽວແລະການໂຮງແຮມ ຕາມແນວທາງຂອງສິດເກົ່າແລະຄະນະອາຈານຂອງທາງສະຖາບັນ

            ລອງສາດດາຈານ ດ໊ອກເຕີ ສົມພິດ ຂັດຕິຍະພິກຸນ (Asst. Prof. Dr. Sompid Kattiyapikul) ຄະນະບໍດີວິດທະຍາໄລນານາຊາດຂອງມະຫາວິດທະຍາໄລສີນລະປາກອນ ແລະ ຜູ້ອຳນວຍການສະຖາບັນວາເທວແຫ່ງປະເທດໄທ ເວົ້າໄວ້ວ່າ ພວກເຮາມີຄວາມພາກພູມໃຈຫຼາຍກັບຄວາມສຳເລັດໃນການອາຊີບຂອງສິດເກົ່າທຸກທ່ານ ແລະທີ່ສຳຄັນພວກເຂາຍັງຍອມຮັບແລະຊື່ນຊົມບົດບາດຂອງສະຖາບັນໃນການພັດທະນາອາຊີບຂອງພວກເຂາເອງ

            ທ່ານ ສະລຸດ ອະນຸມ້າດ (Mr. Saruth Anumas) ຜູ້ຈັດການທົ່ວໄປຂອງໂຮງແຮມຄລອສທູຮີເວີແຄວຣີ່ຮີສອດ ຈັງຫວັດການຈະນະບຸລີ ເວົ້າໄວ້ວ່າ ຫຼັກສູດຂອງສະຖາບັນວາເທວນັ້ນ ຈະມຸ່ງເນັ້ນໄປທີ່ການຝືກງານ ທີ່ຈະຊ່ວຍໃຫ້ເຮາມີປະສົບການທີ່ເປັນປະໂຢດແລະມີຄວາມໝາຍໃນລະຫວ່າງທີ່ເຮາກຳລັງສືກສາຢູ່

            ສະຖາບັນວາເທວແຫ່ງປະເທດໄທນັ້ນຄື ການຮ່ວມມືກັນລະຫວ່າງໂຮງຮຽນວາເທວທຸລະກິດການໂຮງແຮມແລະການທ່ອງທ່ຽວຂອງປະເທດຝະລັ່ງ ກັບ ມະຫາວິດທະຍາໄລສີນລະປາກອນຂອງປະເທດໄທ ສະຖາບັນວາເທວນັ້ນມີໂຄງຂ່າຍ 51 ແຫ່ງທົ່ວໂລກ ທີ່ຈະທຳໃຫ້ນັກສືກສາສາມາດເຂົ້າຮ່ວມໃນໂຄງການແລກປ່ຽນ Marco Polo (ມາໂຄ ໂປໂລ) ໄດ້ງ່າຍຂື້ນ ຈາກຈຳນວນສິດເກົ່າຂອງສະຖາບັນວາເທວຫຼາຍກວ່າ 35,000 ຄົນນັ້ນ ເຮັດວຽກຢູ່ໃນພາກສ່ວນການບໍລິການທົ່ວໂລກ ໃນຈຳນວນນັ້ນມີນັກສືກສາປະມານ 1,500 ຄົນທີ່ສຳເລັດການສືກສາຈາກກຸງເທບ ປະເທດໄທ

            ການລົງທະບຽນສຳຫຼັບພາກການສືກສາເດືອນສິງຫາ ປີ2020 ໃນສ່ວນຄະນະບໍລິຫານທຸລະກິດ, ສາຂາການຈັດການໂຮງແຮມນີ້ນັ້ນ ຈະເປີດຮັບສະໝັກຕັ້ງແຕ່ວັນນີ້ຈົນໄປເຖີງ 31 ກໍລະກົດ ພ້ອມທັ້ງທາງເລືອກໃໝ່ທີ່ສາມາດສຳເລັດການສືກສາໄດ້ພຽງ 3 ປີທໍ່ນັ້ນ ອີກທັ້ງຍັງມີທຸນການສືກສາສຳຫຼັບພາກການສືກສາທຳອິດອີກ 25% ຂອງຄ່າຮຽນທັ້ງໝົດອີກພ້ອມ

            ທ່ານ ແຈນ ຟິນລີບ ໂຄລເກວ (Mr. Jan Phillipp Kroeckel) ຜູ້ຈັດການທົ່ວໄປຂອງໂຮງແຮມ ໂນໂວເທວ ລອມບອກລີສອດແອນວິນລ່າ ປະເທດອິນໂດນີເຊຍ ເວົ້າໄວ້ວ່າ ເຮາຊອບຄວາມຜະສົມຜະສານລະຫວ່າງ ຊັ້ນຮຽນພາກວີຊາການແລະພາກປະຕິບັດຈີງຂອງໂປແກມຫຼັກສູດນີ້ ທີ່ຊ່ວຍໃຫ້ເຮາປະສົບຄວາມສຳເລັດໃນສະຖານທີ່ເຮາຢູ່ໃນຂະນະນີ້ແລະທຸກມື້ນີ້ ອີກທັ້ງຄວາມສຳພັນທີ່ໃກ້ຊີດລະຫວ່າງຜູ້ຊ່ຽວຊານດ້ານອຸດສາຫະກຳກັບຜູ້ນຳດ້ານ   ອຸດສາຫະກຳຂອງວິດທະຍາໄລນານາຊາດຂອງມະຫາວິດທະຍາໄລສີນລະປາກອນນັ້ນ ຍັງມີສ່ວນຊ່ວຍໃນອາຊີບການງານຂອງເຮາອີກພ້ອມ